ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຜູ້ບັນຊາການທະຫານເຮືອອາຊຽນ ຄັ້ງທີ 14


     ໃນວັນທີ 5 ພະຈິກ 2020 ນີ້, ຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ພົນຕີ ປະສິດ ທ່ຽງທຳ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ພ້ອມ
ດ້ວຍບັນດາຜູ້ບັນຊາການທະຫານເຮືອຂອງປະເທດສະມາຊິກອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກຜູ້ບັນຊາການທະຫານເຮືອອາຊຽນ ຄັ້ງທີ 14 ໂດຍ
ພາຍໃຕ້ການເປັນປະທານຂອງທ່ານ ພົນຕີ ເຈີ່ນ ແທັງ ຫງຽມ ຜູ້ບັນຊາການທະຫານເຮືອປະຊາຊົນ ຫວຽດນາມ.

     ກອງປະຊຸມໄດ້ປຶກສາຫາລື, ພິຈາລະນາ ແລະ ຕົກລົງເຫັນດີເປັນເອກະພາບຕໍ່ບັນຫາຕົ້ນຕໍດັ່ງນີ້: ກອງປະຊຸມໄດ້ຮັບຮອງເອົາບົດບັນທຶກ ກອງປະຊຸມ
ຜູ້ບັນຊາການທະຫານອາຊຽນ ຄັ້ງທີ 13, ແລກປ່ຽນທັດສະນະພາຍໃຕ້ຄຳຂັວນ “ ການຮ່ວມມືກອງທັບເຮືອ ເພື່ອອາຊຽນທີ່ໜຽວແໜ້ນ ແລະ ຕອບສະ
ໜອງຕາມສະພາບການ ”. ບັນດາປະເທດສະມາຊິກ ອາຊຽນ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານຄວາມໝັ້ນຄົງທາງທະເລ ເນື່ອງຈາກວ່າທະ
ເລ ແລະ ມະຫາສະໝຸດເປັນເສັ້ນທາງຈໍລະຈອນສິນຄ້າທີ່ສຳຄັນ, ແຫຼ່ງອາຫານ, ແຫຼ່ງພະລັງງານຂອງພາກພື້ນ ແລະ ສາກົນ. ແຕ່ສັງເກດເຫັນວ່າໄພຂົ່ມຂູ່
ທາງດ້ານຄວາມໝັ້ນຄົງທາງທະເລກໍມີຫຼາຍເຫດການທີ່ພົ້ນເດັ່ນເປັນຕົ້ນແມ່ນການປຸ້ນສະດົມທາງທະເລ, ການຄ້າມະນຸດ ແລະ ຢາເສບຕິດ, ການກໍ່ການ
ຮ້າຍ, ການປະມົງ ແບບຜິດກົດໝາຍ, ການປ່ຽນແປງຂອງສະພາບອາກາດ ແລະ ອື່ນໆ. ສະນັ້ນ, ກອງທັບເຮືອບັນດາປະເທດອາຊຽນ ຈຶ່ງມີຄວາມຈຳເປັນ
ໃນການເພີ່ມທະວີການຮ່ວມມືເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາທາງດ້ານຄວາມໝັ້ນຄົງດັ່ງກ່າວ ໂດຍຜ່ານບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວເຊັ່ນ:
ໃນຂອບກອງປະຊຸມຜູ້ບັນຊາການທະຫານເຮືອ ອາຊຽນ, ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ, ອາຊຽນ-ບວກ ແລະ ກອງປະຊຸມຜູ້ບັນຊາການ
ທະຫານສູງສຸດອາຊຽນ. ນອກຈາກນັ້ນ, ບັນຫາການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການພົວພັນຮ່ວມມື ແລະ ການຈັດກິດຈະ
ກຳຕ່າງໆ ຂອງທະຫານເຮືອອາຊຽນ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ບັນດາປະເທດຕ້ອງມີການປັບຕົວ ແລະ ເພີ່ມທະວີການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າ, ກອງ
ປະຊຸມເຫັນດີ ແລະ ສະໜັບສະໜູນບັນດາກິດຈະກຳທີ່ຈະຈັດໃນຕໍ່ໜ້າຄື: ໂຄງການແລກປ່ຽນນາຍທະຫານເຮືອໜຸ່ມອາຊຽນ ຄັ້ງທີ 9 ທີ່ ເມືອງ ດາໜັງ,
ສສ ຫວຽດນາມ ໃນປີ 2021 ແລະ ງານວາງສະແດງອຸປະກອນປ້ອງກັນຊາດ ແລະ ຄວາມໝັ້ນຄົງທາງທະເລ ລວມທັງກອງປະຊຸມຄວາມໝັ້ນຄົງທາງທະ
ເລສາກົນ ຄັ້ງທີ 7 ທີ່ ສິງກະໂປ ໃນເດືອນ ກໍ ລະກົດ 2021, ໄດ້ສະໜັບສະໜູນ ແນວຄິດລິເລີ່ມຂອງຫວຽດນາມກ່ຽວກັບໂຄງການແລກປ່ຽນການ
ເຝິກອົບຮົມທະຫານເຮືອ ອາຊຽນ. ສ່ວນແນວຄິດລິເລີ່ມທີ່ສະເໜີໂດຍ ຟີລິບປີນ ກ່ຽວກັບສູນເຄືອຂ່າຍທາງທະເລ ແລະ ກອງກຳລັງທາງທະເລອາຊຽນ
ແມ່ນຈະນຳໄປສືບຕໍ່ປຶກສາຫາລືໃນກອງປະຊຸມຜູ້ບັນຊາການທະຫານເຮືອອາຊຽນຄັ້ງຕໍ່ໄປ ແລະ ກອງປະຊຸມຍັງເຫັນດີ ແລະ ສະໜັບສະໜູນໃຫ້ ບຣູໄນ
ເປັນເຈົ້າພາບຈັດກອງປະຊຸມຜູ້ບັນຊາການທະຫານເຮືອ ອາຊຽນ ຄັ້ງທີ 15 ໃນປີ 2021. ຟີລິບປີນ ເປັນເຈົ້າພາບຈັດການຝຶກຊ້ອມທະຫານເຮືອ ອາຊຽນ
ຄັ້ງທີ 2 ໃນປີ 2023 ແລະ ມາເລເຊຍ ເປັນເຈົ້າພາບຈັດການເຝິກຊ້ອມທະຫານເຮືອອາຊຽນ ຄັ້ງທີ 3 ໃນປີ 2025.