ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ
ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດເຮົາ


ຄະນະຜູ້ແທນວິທະຍາຄານພະລາທິການກອງທັບປະຊາຊົນລາວ
ຕ້ອນຮັບຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ

     ແຕ່ວັນທີ 5-8 ພະຈິກ 2018 ນີ້, ຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ເຈີ່ນ ຢຸຍ ຢາງ ຫົວໜ້າ
ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໄດ້ສຳເລັດການຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໂດຍໄດ້ຮັບການ
ຕ້ອນຮັບອັນອົບອຸ່ນສະນິດສະໜົມຈາກ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຈາກນັ້ນ ສະຫາຍ ພັນເອກ ສີທອງ
ຖິ່ນສະຫວັນ ຫົວໜ້າກົມເສນາພະລາກົມໃຫຍ່ພະລາທີການກອງທັບ ໄດ້ນຳພາຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ກອງພັນ 401, ວິທະຍາຄານພະລາທິການ
ກອງທັບ, ໂຮງງານຕັດຍິບເລກ 1 ກອງທັບ, ກອງບັນຊາການທະຫານແຂວງວຽງຈັນ ແລະ ໂຮງໝໍ 103 ກອງທັບ, ໃນໂອກາດທີ່ຄະນະຜູ້ແທນກົມໃຫຍ່ພະລາທິການກອງ
ທັບປະຊາຊົນຫວຽດນາມ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຕ່ລະກົມກອງຄະນະໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກສະຫາຍ ພັນໂທ ຄໍາສອນ ຂັນທະຈັກ ຫົວ
ໜ້າການເມືອງກອງພັນ 401, ສະຫາຍ ພັນເອກ ບົວເຮືອງ ສົມຟອງບຸດຕາຂັນຫົວໜ້າການທະຫານວິທະຍາຄານພະລາທິການກອງທັບ ແລະ ສະຫາຍ ພັນເອກ ນາງ ເນາະ
ພົມມີໄຊ ຫົວໜ້າອໍານວຍການໂຮງງານຕັດຫຍິບເລກ 1 ກອງທັບ, ສະຫາຍ ພັນເອກ ຄຳເຄນ ອຸດຕະມະ ຫົວໜ້າຫ້ອງພະລາທິການທະຫານແຂວງວຽງຈັນ, ສະຫາຍ ພັນ
ເອກ ຄຳແພງ ພົມມະແກ້ວ ຫົວໜ້າການເມືອງໂຮງໝໍ 103 ກອງ ທັບ ພ້ອມດ້ວຍຄະນະ.

     ເຊິ່ງຢູ່ແຕ່ລະແຫ່ງຫົວໜ້າການເມືອງ, ການທະຫານ ແລະ ຫົວໜ້າຫ້ອງພະລາທິການທັງ 5 ກົມກອງ ກໍໄດ້ມີຄໍາເຫັນຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່
ສປປ ລາວ ຄະນະດັ່ງກ່າວໃນຄັ້ງນີ້ ເຊິ່ງຈະເປັນການຖອດຖອນບົດຮຽນຜ່ານການຮ່ວມມືຮອບດ້ານລະຫວ່າງສອງກອງທັບ ກໍຄືບັນດາກອງ ພັນ, ວິທະຍາຄານ, ທະຫານ
ແຂວງ ແລະ ໂຮງໝໍລາວ-ຫວຽດນາມໃນຂົງເຂດຕ່າງໆປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມ
ມືຮອບດາ້ນລະຫວ່າງ ສອງຊາດ, ສອງພັກ, ສອງລັດ, ສອງກອງທັບ, ເວົ້າສະເພາະແມ່ນສອງກົມໃຫຍ່ພະລາທິການກອງທັບລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມນັ້ນ
ໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍີ່ງໆຂຶ້ນ, ພ້ອມທັງໄດ້ແຈ້ງສະພາບການໂດຍຫຍໍ້ ແລະ ພາລະບົດບາດ, ສິດໜ້າທີ່ຂອງກົມ
ກອງຕົນໃຫ້ຄະນະຜູ້ແທນດັ່ງກ່າວໄດ້ຮັບຊາບກ່ຽວກັບການປັບປຸງກໍ່ສ້າງກໍາລັງ, ການພັດທະນາຊັບພະຍາກອນໃນຂະແໜງ ພະລາທິການ ກໍຄືຂະແໜງວິຊາສະເພາະດ້ານ
ຕ່າງໆໃນກົມກອງຕົນ ແລະ ໝາກຜົນການພົວພັນຮ່ວມມືລະຫວ່າງກົມກອງຂອງຕົນໃນຂົງເຂດວຽກງານທີ່ປິ່ນອ້ອມສອງກອງທັບໃນໄລຍະຜ່ານມາ, ຈາກນັ້ນຄະນະຜູ້
ແທນດັ່ງກ່າວກໍ່ໄດ້ລົງເຄື່ອນໄຫວຮັບຊົມພື້ນຖານໂຄງລ່າງ, ການຜະລິດ, ການບົວລະບັດຮັກສາເຄ່ືອງມືອຸປະກອນການລຳລຽງຂົນສົ່ງ, ທີ່ເປັນຖານການຜະລິດ ແລະ ທ່າ
ແຮງສຳຄັນຂອງກົມກອງ ແລະ ຮັບຊົມການຜ່າຕັດຜ່າທໍ່ດ້ວຍລະບົບທີ່ທັນສະໄໝຂອງການຮ່ວມມືລະຫວ່າງຂະແໜງການແພດສອງກອງທັບອີກດ້ວຍ.