ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 661 ສຳເລັດການສ້າງຂະບວນການສິລະປະ-ວັນນະຄະດີ

     ໃນຕອນບ່າຍຂອງວັນທີ 5 ຕຸລານີ້, ກອງພັນໃຫຍ່ 661 ໄດ້ສຳເລັດການສ້າງຂະບວນການສິລະປະ-ວັນນະຄະດີສະໝັກຫຼິ້ນ, ເພື່ອຕ້ອນຮັບວັນສຳຄັນ
ຕ່າງໆຂອງຊາດ ຂອງກອງທັບ ເວົ້າສະເພາະແມ່ນວັນສ້າງຕັ້ງ ເຫຼົ່າຮົບລົດຕັງ-ຍານເກາະຄົບຮອບ 56 ປີ (1/10/1961-1/10/2017) ໂດຍການເຂົ້າຮ່ວມ
ຂອງ ພົນຈັດຈະວາ ບົວວັນ ບຸດທະຈັນໂທ ຫົວໜ້າກົມລົດຕັງ-ຍານເກາະ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພ້ອມດ້ວຍນັກສະແດງ ເຂົ້າ
ຮ່ວມ.


ກອງພັນໃຫຍ່ 661 ສຳເລັດການສ້າງຂະບວນການສິລະປະ-ວັນນະຄະດີສະໝັກຫຼິ້ນ

     ໃນຕະຫຼອດໄລຍະ 85 ວັນຜ່ານມາຂອງການເຄື່ອນໄຫວຂະບວນການສິລະປະ-ວັນນະຄະດີແມ່ນມີຄວາມເບີກບານມ່ວນຊື່ນເຕັມໄປດ້ວຍບັນຍາກາດ
ແຫ່ງຄວາມສາມັກຄີແໜ້ນແຟ້ນ ລະຫວ່າງຂັ້ນເທິງກັບຂັ້ນລຸ່ມ ແລະ ພາຍໃນກົມກອງເປັນລະບຽບຮຽບຮ້ອຍແຕ່ຕົ້ນຈົນສຳເລັດ ທັງນີ້ກໍເພື່ອເປັນການປຸກ
ລະດົມຂະບວນການຕ່າງໆຂອງກົມກອງ, ການແຂ່ງຂັນມີ 3 ປະເພດ ຄື: ປະເພດການຖາມ-ຕອບຄວາມຮູ້ວິທະຍາສາດ, ຮ້ອງເພງດ່ຽວ ແລະ ບົດຟ້ອນ. ສຳ
ຫຼັບຜົນຂອງການແຂ່ງຂັນປະເພດຖາມ-ຕອບຄຳຖາມວິທະຍາສາດ ທີ 1 ແມ່ນ ຊັ້ນໜຶ່ງ ວິໄລພອນ ກອງພັນ 612, ທີ 2 ແມ່ນ ສິບເອກ ສົມໃຈ ກອງພັນ
162, ທີ 3 ແມ່ນຊັ້ນໜຶ່ງ ແອແກ້ວ ໄຊຍະວົງ ອົງການ ກອງພັນໃຫຍ່ 661 ແລະ ທີ 4 ວາທີ ນາງ ພອນສະຫວັນ ພະແນກບໍລິຫານ; ປະເພດຮ້ອງເພງ ທີ 1
ແມ່ນ ຊັ້ນໜຶ່ງ ເດດ ທະນູສອນ ກອງພັນ162, ທີ 2 ແມ່ນສິບເອກ ພິກຸນທອງ ສີວົງຄໍາ ຢູ່ອົງການກອງພັນໃຫຍ່ 661, ທີ 3 ແມ່ນຮ້ອຍເອກ ກິແກ້ວໝື່ນ
ຄຳ ກອງພັນ 165 ແລະ ທີ 4 ແມ່ນ ຮ້ອຍຕີ ຄອນພິລົມ ແກ້ວພູເຫຼັກ ພະແນກການເມືອງ ແລະ ປະເພດບົດຟ້ອນທີ 1 ແມ່ນສະຫະພັນແມ່ຍິງອົງການ ກອງ
ພັນໃຫຍ່ 661 ແລະ ທີ 2 ແມ່ນສະຫະພັນແມ່ຍີງກອງພັນ 615.

     ໃນໂອກາດນີ້ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ກໍໄດ້ມີຄຳເຫັນໂອ້ລົມ ທ່ານກ່າວວ່າ: ຜົນສຳເລັດທີ່ຍາດມາໄດ້ນັ້ນກໍຍ້ອນຄະນະພັກ-ຄະນະບັນຊາ
ພ້ອມດ້ວຍພະນັກງານ-ນັກຮົບໄດ້ເປັນເອກະພາບກັນສຸມທຸກສະ ຕິປັນຍາເອົາໃຈໃສ່ເຂົ້າໃນການເຝິກຊ້ອມຫັດແອບຢ່າງເອົາຈິງເອົາຈັງໃນຜ່ານມາ ເຊິ່ງຜົນ
ສຳເລັດດັ່ງກ່າວແມ່ນ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດຂອງກອງທັບ ເວົ້າສະເພາະ ວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະຄົບຮອບ 56 ປີ ໃຫ້ມີ
ບັນຍາກາດເບີກບານມ່ວນຊື່ນທັງນີ້ກໍເພື່ອເປັນການປຸກລະດົມຈິດໃຈອ້າຍນ້ອງໃຫ້ເຫັນເຖິງບົດບາດຂອງເຫຼົ່າຮົບລົດຕັງມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນ
ເລື້ອຍໆ.