ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສະຫຼອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 23 ປີ

     ໃນວັນທີ 6 ຕຸລາ 2017 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ
23 ປີຂຶ້ນ, ໂດຍການເຂົ້າຮ່ວມເປັນປະທານຂອງ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງວິ
ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີບັນດາຄະນະພັກ-ຄະນະບັນຊາ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.


ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ເປັນປະທານພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 23 ປ

     ໃນໂອກາດນີ້, ພັນໂທ ປທ ດວງຕາ ຈັນທະລາ ຫົວໜ້າຄະນະວິຊາຄູ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນສຳເລັດໃນການເຄື່ອນໄຫວວຽກງານສິດ
ສອນໃນ 1 ປີຜ່ານມາ, ເຊິ່ງຄູ-ອາຈານໃນ ວປກ ທຸກຄົນ ເວລາໃດກໍໄດ້ມີຄວາມເປັນຫ່ວງເປັນໃຍ, ເຫັນໄດ້ຄວາມສຳຄັນໃນໜ້າທີ່ອັນມີກຽດຂອງຕົນ
ແລະ ໃກ້ຊິດຕິດແທດສຶກສາອົບຮົມກໍ່ສ້າງນັກສຶກສາຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສ່ວນຄະນະພັກ-ຄະນະອຳນວຍການ ວປກ ກໍໄດ້ປະຕິບັດນະ
ໂຍບາຍ, ສ້າງເງື່ອນໄຂຮອບດ້ານ, ຮັບປະກັນໃຫ້ຖັນແຖວຄູ-ອາຈານມີຄວາມສະດວກທຸກດ້ານຕາມເງື່ອນໄຂຕົວຈິງ, ເຮັດໃຫ້ຄູ-ອາຈານມີກຳລັງໃຈໃນ
ການບຸກບືນເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງເປັນກ້າວໆມາ.

     ການຈັດຕັ້ງສະເຫຼີມສະຫຼອງວັນຄູເປັນການສັນລະເສີນບຸນຄຸນ ແລະ ຄຸນງາມຄວາມດີຄູລາວຜູ້ປຽບເໝືອນດວງວິນຍານ, ເປັນບ່ອນຖ່າຍທອດສະ
ຕິປັນຍາ, ເປັນແມ່ພິມແຫ່ງຊາດ, ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ມີຄູ-ອາຈານທັງໝົດ 197 ສະຫາຍ, ມີ 21 ຄະນະວິຊາ, ໃນໄລຍະ
ຜ່ານມາຄູ-ອາຈານ ກໍໄດ້ໄປສືບຕໍ່ຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດຫຼາຍສະຫາຍ. ເຮັດໃຫ້ຖັນແຖວຄູ-ອາຈານ ວປກ ນັບມື້ເຕີບໃຫຍ່ເຂັ້ມແຂງທາງ
ດ້ານປະລິມານ ແລະ ຄຸນນະພາບ ໄດ້ມີການສູ້ຊົນ ແລະ ຕັດສິນໃຈຜ່ານຜ່າບັນດາຂໍ້ຫຍຸ້ງຍາກ ແລະ ສູ້ຊົນເຮັດສຳເລັດໜ້າທີ່ການເມືອງຂອງຕົນກໍຄືຂອງ
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີສະຕິຕື່ນຕົວ, ມີຄວາມມານະອົດທົນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານສູງ, ຕັ້ງໜ້າຄົ້ນ
ຄວ້າຮຽບຮຽງເອກະສານ, ເຂົ້າຮ່ວມຄົ້ນຄວ້າວິທະຍາສາດ, ປະຕິບັດການສິດສອນ ແລະ ເຂົ້າຮ່ວມຂະບວນການອື່ນໆຂອງວິທະຍາຄານ. ໃນພິທີສະເຫຼີມ
ສະຫຼອງວັນຄູຄັ້ງນີ້ ມີຕາງໜ້ານັກສຶກສາຂຶ້ນອ່ານກາບກອນອວຍພອນຄູ ແລະ ມອບກະຕ່າດອກໄມ້, ຂອງຂວັນໃຫ້ບັນດາຄູ-ອາຈານ ແລະ ຊ່ຽວຊານ
ເພື່ອສະແດງຄວາມຮູ້ບຸນຄຸນແດ່ຄູ-ອາຈານ.

     ພ້ອມນັ້ນ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ຍັງໄດ້ກ່າວຄຳເຫັນ ແລະ ເນັ້ນໜັກຕໍ່ຄູ-ອາຈານໃຫ້ສືບຕໍ່ຄົ້ນຄວ້າກຳແໜ້ນແນວທາງນະໂຍບາຍຂອງ
ພັກ ໂດຍສະເພາະແມ່ນ 4 ເນື້ອໃນບຸກທະລຸທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກວາງອອກ, ກຳແໜ້ນບັນດາມະຕິຄຳສັ່ງຂອງກົມການເມືອງສູນກາງ
ພັກ, ຂໍ້ກຳນົດກົດໝາຍຂອງລັດ, ກົດໝາຍການສຶກສາມະຕິກອງປະຊຸມໃຫຍ່ຄັ້ງທີ 4 ແລະ ບັນດາໜ້າທີ່ ແລະ ແຜນງານຂອງຄະນະພັກກະຊວງປ້ອງກັນ
ປະເທດ ໂດຍສະເພາະແມ່ນຍຸດທະສາດ ແລະ ຄຳຂວັນຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃຫ້
ມີຜົນສຳເລັດ ແລະ ມີຄຸນນະພາບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນເງື່ອນໄຂໃໝ່, ເພີ່ມທະວີ ແລະ ເສີມຂະຫຍາຍພາລະບົດບາດ, ໜ້າທີ່
ຮັບ ຜິດຊອບມີທັດສະນະຫຼັກໝັ້ນເປັນແບບຢ່າງນຳໜ້າຂອງຄູໃຫ້ສົມກັບສັງຄົມໃຫ້ນາມມະຍົດອັນສູງສົ່ງທີ່ວ່າ: “ຄູແມ່ນແມ່ພິມຂອງຊາດ” ແລະ ໃນຖາ
ນະທີ່ເປັນກຳລັງແຮງຕົ້ນຕໍ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກນັກສຶກສາ ແລະ ສັງຄົມ ກໍຄືທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຈົ່ງໄດ້ເອົາ
ໃຈໃສ່ປັບປຸງໂຄງການຫຼັກສູດ, ຄົ້ນຄວ້າຕຳລາສິດສອນ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດຈັນຍາບັນຄວາມເປັນແບບ
ຢ່າງຂອງຄູປະຕິວັດ ແລະ ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການຕ່າງໆ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ຕັ້ງໜ້າພັດທະນາຕົນເອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.