ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານນະຄອນຫຼວງວຽງຈັນ ສຳເລັດບັ້ນດຳເນີນຊີວິດການເມືອງ
ປັບປຸງປົວແປງພາຍໃນພັກໃຫ້ໜັກແໜ້ນເຂັ້ມແຂງ

     ຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ປິດກອງປະຊຸມປັບປຸງປົວແປງພັກທົ່ວອົງຄະນະພັກຂັ້ນຂອງຕົນລົງໃນວັນທີ 03 ສິງ
ຫາ 2017, ພາຍຫຼັງໄດ້ດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຄະນະປະຈຳພັກນະຄອນຫຼວງ
ເລຂາຄະນະພັກ ຫົວໜ້າການເມືອງທະຫານນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ກຳມະການກົມ
ການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາສະຫາຍໃນຄະນະພັກ ສະມາຊິກພັກທົ່ວກອງບັນຊາການທະຫານນະ
ຄອນຫຼວງວຽງຈັນເຂົ້າຮ່ວມ.


ທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ເຂົ້າຮ່ວມປິດກອງປະຊຸມ
ປັບປຸງປົວແປງພັກທົ່ວອົງຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ

     ຫົວໜ້າການເມືອງທະຫານນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ການເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ ປະຈຳປີ 2017 ນີ້ ເປັນການ
ສຳຫຼວດກວດກາຄືນຕໍ່ການຊີ້ນຳ-ນຳພາຂອງຄະນະພັກໃນການ ເຄື່ອນໄຫວວຽກງານຮອບດ້ານ ໄດ້ຮຽນຮູ້ກ່ຽວກັບເອກະສານເດັດດ່ຽວປັບປຸງປົວແປງພັກ
ໃຫ້ມີຄວາມປອດໃສໜັກແໜ້ນເຂັ້ມແຂງ ພ້ອມທັງຜ່ານບົດສະຫຼຸບຈັດຕັ້ງຜັນຂະຫຍາຍມະຕິ x ຂອງພັກ, ມະຕິ VI ຂອງອົງຄະນະພັກນະຄອນຫຼວງວຽງ
ຈັນ ແລະ ການຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈາກນັ້ນກໍໄດ້ຈັດຕັ້ງສຳຫຼວດຄະນະພັກ-ສະ
ມາຊິກພັກການຊີ້ນຳ-ນຳພາ, ແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດຂອງສະມາຊິກພັກ ບົນພື້ນຖານເສີມຂະຫຍາຍປະຊາທິປະໄຕ ການຕຳນິສົ່ງ
ຂ່າວເຊິ່ງກັນ ແລະ ກັນຢ່າງແຂງແຮງຕາມສະພາບຂໍ້ມູນຕົວຈິງ ເພື່ອແກ້ໄຂປາກົດການຫຍໍ້ທໍ້ໃນທົ່ວຖັນແຖວສະມາຊິກພັກ ການຈັດຕັ້ງຄັ້ງນີ້ແມ່ນຍັງຈະໄດ້
ບັນລຸເຖິງການຫັນປ່ຽນຕົວຈິງກ້າວໄປສູ່ໃບໜ້າອັນໃໝ່ ເພື່ອສືບຕໍ່ເສີມຂະຫຍາຍຄວາມເຂັ້ມແຂງຜົນງານຂອງພັກກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ຊີ້ນຳໃຫ້ສະມາຊິກພັກນາຍ ແລະ ພົນທະຫານທີ່ເຂົ້າຮ່ວມຈົ່ງເອົາໃຈໃສ່ຮັບຜິດຊອບຕໍ່ກອງປະຊຸມ
ໃຫ້ມີຜົນສຳເລັດຕາມຈຸດປະສົງຄາດໝາຍ ແນໃສ່ການສົ່ງ ເສີມດ້ານດີດັດແປງແກ້ໄຂຂໍ້ຄົງຄ້າງການປະຕິບັດຕາມກົດໝາຍການສໍ້ລາດບັງຫຼວງ, ພະຍາດ
ອາດຍາສິດ ແລະ ລັດທິເອກະຊົນ ພ້ອມທັງປາກົດການຫຍໍ້ທໍ້ໃນສັງຄົມໃຫ້ຄ່ອຍໆໝົດໄປໃນສະເພາະໜ້າ ແລະ ຍາວນານ.