ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ປະກາດການຈັດຕັ້ງຂັ້ນຄະນະວິຊາຄູ-ພະ​ແນ​ກການ


ພັນເອກ ປອ ຄຳຜາຍ ສະພັງເໜືອ ເປັນປະທານປະກາດການຈັດຕັ້ງຂັ້ນຄະນະວິຊາຄູແລະຂັ້ນພະແນກການ

     ໃນຕອນບ່າຍຂອງວັນທີ 5 ກໍລະກົດ 2019 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ປະກາດການຈັດຕັ້ງຂັ້ນຄະນະວິຊາຄູ ແລະ ຂັ້ນພະແນກການ ຂຶ້ນ
ຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ຄຳຜາຍ ສະພັງເໜືອ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ, ມີຄະນະພັກ-ຄະນະບັນ
ຊາຈາກ 12 ຫົວໜ່ວຍ, ພ້ອມດ້ວຍພະນັກງານທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.

     ໂອກາດດັ່ງກ່າວ, ສະຫາຍ ພັນໂທ ບຸນຊົມ ໄຊຍະວົງ ຮອງຫົວໜ້າກົມການເມືອງ ວປກ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງຂັ້ນ
ຫົວໜ້າຄະນະວິຊາຄູ, ພະແນກການທີ່ຂຶ້ນກັບວິ ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໂດຍອີງຕາມກົດໝາຍນາຍທະຫານຂອງກອງທັບປະຊາຊົນລາວວ່າດ້ວຍ
ການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງ ນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນໃນ
ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ອີງຕາມໜັງສືສະເໜີຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຕົກລົງແຕ່ງ
ຕັ້ງບັນດາສະຫາຍດັ່ງຕໍ່ໄປນີ້: ສະຫາຍ ພັນຕີ ພັກດີ ສີທະນົງ ເປັນຫົວໜ້າພະແນກຄູສອນຊ່າງແສງ, ສະຫາຍ ຮ້ອຍເອກ ໄວຍາກອນ ທ່ຽງທຳ ເປັນຫົວໜ້າພະແນກຄູສອນ
ເຄມີ, ຮ້ອຍເອກ ກອນທະວີ ແສງມະນີວົງ ເປັນຫົວໜ້າພະແນກຄູສອນພະລາທິການ, ສະຫາຍ ພັນຕີ ສະໝານ ຄຳມະວົງ ເປັນຮອງຫົວໜ້າພະແນກກຳລັງພົນ, ສະຫາຍ ພັນ
ຕີ ພົມມາ ອິນທະວົງ ເປັນຮອງຫົວໜ້າພະແນກຄູສອນລັດທິສັງຄົມວິທະຍາສາດ, ສະຫາຍ ຮ້ອຍເອກ ແສງອາລຸນ ທອງແສງ ເປັນຮອງຫົວໜ້າພະແນກຄູສອນຊ່າງແສງ, ສະ
ຫາຍ ຮ້ອຍເອກ ສິດ ທິໄຊ ລີດຕີ້ ເປັນຮອງຫົວໜ້າພະແນກຄູສອນປະຫວັດສາດໂລກ, ສະຫາຍ ຮ້ອຍເອກ ບຸນກອງ ມີມຸງຄຸນ ເປັນຮອງຫົວໜ້າພະແນກຄູສອນສັງຄົມສາດ,
ສະຫາຍ ຮ້ອຍໂທ ອິນດາວົງ ສໍພາບມີໄຊ ເປັນຮອງຫົວໜ້າພະແນກຄູສອນກົດໝາຍອາຍາ, ສະຫາຍ ຮ້ອຍໂທ ຄຳດວງ ມະນີ ເປັນຮອງຫົວໜ້າພະແນກຄູສອນຈິດຕະສາດ
ວິຊາຄູ, ສະຫາຍ ຮ້ອຍເອກ ຄຳພູວັນ ສອນເພັດ ເປັນຮອງຫົວໜ້າພະແນກຄູສອນທິດສະດີການສີດສອນ, ສະຫາຍ ຮ້ອຍໂທ ອານຸລັກ ສີຫາລາດ ເປັນຮອງຫົວໜ້າພະແນກ
ຄູສອນສື່ສານ; ຂໍ້ຕົກລົງຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ວ່າດ້ວຍການມອບຄວາມຮັບຜີດຊອບຊົ່ວຄາວວ່າການຫົວໜ້າພະແນກ, ຮອງຫົວໜ້າພະ
ແນກດັ່ງນີ້: ສະຫາຍ ພັນໂທ ປອ ສຸວັນທອງ ທ່ຽງເທບວົງສາ ຮັກສາການ ຫົວໜ້າຄະນະວິຊາຄູເສດຖະສາດ, ສະຫາຍ ພັນໂທ ທອງສະໄໝ ດວງບຸດດີ ຮັກສາການ ຮອງ
ຫົວໜ້າຄະນະວິຊາຄູເສດຖະສາດ, ສະຫາຍ ພັນໂທ ດວງຕາ ແກ້ວໄຊຍະວົງສາ ຮັກສາການ ຮອງຫົວໜ້າຄະນະວິຊາຄູບັນຊາ-ເສນາ, ສະຫາຍ ພັນໂທ ອິນທະວົງ ຈັນທະ
ວົງສາ ຮັກສາການ ຮອງຫົວໜ້າຄະນະວິຊາຄູຍຸດທະວິທີ, ສະຫາຍ ພັນໂທ ເພັດລຳພອນ ມະນີຈັນ ຮັກສາການ ຫົວໜ້າພະແນກກໍ່ສ້າງຮາກຖານການເມືອງກົມການເມືອງ
ວປກ, ສະຫາຍ ພັນຕີ ແດງ ປັນຍາ ຮັກສາ ການ ຮອງຫົວໜ້າພະແນກກໍ່ສ້າງຮາກຖານການເມືອງ, ສະຫາຍ ພັນຕີ ໄຊຍະລາດ ຈິດຕະມາດ ຮັກສາການ ຫົວໜ້າພະແນກ
ສັງລວມຫ້ອງການ ວປກ, ສະຫາຍ ຮ້ອຍເອກ ມີລູຢາງ ໄຊຈຸຢາງ ຮັກສາການ ຮອງຫົວໜ້າພະແນກສັງລວມ, ສະຫາຍ ຮ້ອຍເອກ ສອນທະວີ ໄຊບຸນເຮືອງ ຮັກສາການ ຫົວ
ໜ້າພະແນກຂໍ້ມູນກົມອົບຮົມ-ກໍ່ ສ້າງ ວປກ, ສະຫາຍ ຮ້ອຍເອກ ນາງ ວິດາວັນ ຍອດສະຫງ່າ ຮັກສາການ ຮອງຫົວໜ້າພະແນກສັງລວມກົມອົບຮົມ-ກໍ່ສ້າງ ວປກ ແລະ ຍົກ
ຍ້າຍ ສະຫາຍ ພັນໂທ ບຸນຍືນ ແສງວິໄລ ຫົວໜ້າພະແນກຄູສອນປືນໃຫຍ່ໄປເປັນຫົວໜ້າພະແນກແຜນການ-ການທະຫານກົມຄົ້ນຄວ້າວິທະຍາສາດການທະຫານ-ການ
ເມືອງ ວປກ, ສະຫາຍ ພັນໂທ ມູນຕີ ທັນຍາວົງ ຫົວໜ້າພະແນກສັງລວມຫ້ອງການ ວປກ ໄປຮັບໜ້າທີ່ຢູ່ຄະນະຮັບຜິດຊອບນັກສຶກສາລະບົບບຳລຸງ, ສະຫາຍ ພັນໂທ ສົມ
ເພັດ ແກ້ວທະວີພົນ ຫົວໜ້າພະແນກກໍ່ສ້າງຮາກຖານການເມືອງໄປຢູ່ພະແນກໂຄສະນາ. ໂອກາດດຽວກັນນີ້ ຍັງໄດ້ຍົກຂັ້ນເງິນເດືອນ ແລະ ປະດັບຊັ້ນ, ເລື່ອນທຽບຊັ້ນໃຫ້
ພະນັກງານທີ່ມີລາຍຊື່ດັ່ງຕໍ່ໄປນີ້: ຍົກຂັ້ນເງິນເດືອນຈາກຊັ້ນພັນໂທຂຶ້ນຮັບເງິນຊັ້ນພັນເອກ ຈຳນວນ 6 ສະຫາຍ.

     ໂອກາດດັ່ງກ່າວຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພັນເອກ ປອ ຄຳຜາຍ ສະພັງເໜືອ ໂດຍສະຫາຍໄດ້ກ່າວສະແດງຄວາມຍິນດີຊົມເຊີຍຕໍ່ຜົນສຳເລັດທີ່ສາມາດ
ຍາດມາໄດ້ໃນຄັ້ງນີ້, ທັງຍັງໄດ້ຊີ້ໃຫ້ເຫັນເຖິງສາມບັນຫາຫຼັກໃຫ້ຜູ້ເຂົ້າຮັບໜ້າທີ່ຕຳແໜ່ງໃໝ່ຕ້ອງໄດ້ຮັບຮູ້ເຖິງເຫດຜົນຂອງການບັນຈຸຊັບຊ້ອນ, ຂໍ້ຄວນເອົາໃຈໃສ່ໃນ
ການຄົ້ນຄິດ ແລະ ການຈັດຕັ້ງປະຕິບັດໜ້າທີ່. ນອກຈາກນີ້ຍັງໄດ້ເນັ້ນໜັກບາງບັນຫາໃຫ້ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຮັກສາບົດບາດ, ກຽດສັກສີບົນພື້ນຖານຮັກສາໃຫ້ໄດ້
ທັດສະນະ, ຈຸດຢືນ ແລະ ຫຼັກໝັ້ນການເມືອງໜັກແໜ້ນ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານໃຫ້ກາຍເປັນພະນັກງານການນຳ, ພະນັກງານວິຊາການທີ່ມີຄຸນນະ
ພາບ, ທີ່ເປັນແບບຢ່າງນຳໜ້າ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ສ້າງໃຫ້ມີປັດໄຈໃໝ່, ການຫັນປ່ຽນໃໝ່ ແລະ ຜົນງານໃໝ່ໃຫຍ່ຫຼວງ
ກວ່າເກົ່າ, ປະຕິບັດຫຼັກການນຳພາ-ບັນຊາໃຫ້ສອດຄ່ອງຕາມຫຼັກການນຳພາຂອງພັກ, ປະຕິບັດຢ່າງເປັນປົກກະຕິ ເປັນຕົ້ນກໍແມ່ນຫຼັກການລວມສູນປະຊາທິປະໄຕໃຫ້ປະ
ກົດຜົນເປັນຈິງ.