ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ສະຫຼຸບຖອດຖອນບົດຮຽນ
ການສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ພິທີສະຫຼຸບຂະບວນການສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານຂອງກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຂຶ້ນໃນວັນທີ 4 ກໍລະ
ກົດ 2018 ນີ້, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມວິທະຍາສາດ-ປະ
ຫວັດສາດ ການທະຫານ, ມີບັນດາສະຫາຍຮອງຫົວໜ້າກົມ, ເລຂາ, ຮອງເລຂາ 8 ໜ່ວຍພັກ ຕະຫຼອດຮອດພະນັກງານ-ສະມາຊິກພັກ ແລະ ນັກຮົບພາຍ
ໃນກົມເຂົ້າຮ່ວມ 100 ກວ່າສະຫາຍ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ມອບໃບຍ້ອງຍໍສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ໃນພິທີ ພັນເອກ ວິຊຽນ ສີສະອາດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມ ວສ-ປສ ການທະຫານໄດ້ຕີລາຄາຄືນຜົນຂອງການຈັດຕັງປະຕິ
ບັດມະຕິຄຳສັ່ງຂອງກະຊວງປ້ອງກັນປະເທດກ່ຽວກັບການສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໃນປີຜ່ານມາ ແລະ ທິດທາງແຜນການ
ກໍ່ສ້າງກອງປອດໃສ ເຂັ້ມແຂງ, ໜັກແໜ້ນ. ເຊິງໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດຂອງບັນດາໜ່ວຍພັກຕາມ 5 ຫັກການ 3 ທິດນຳໂດຍ
ຫັນເອົາການປະຕິບັດໜ້າທີ່ວິຊາສະເພາະທີ່ກົມກອງໄດ້ຮັບການມອບໝາຍ ຕາມ 4 ວຽກງານວິຊາສະເພາະ ແລະ 4 ພະແນກຮັບປະກັນ ໃນນັ້ນວຽກງານວິ
ທະຍາສາດ, ວຽກງານປະຫວັດສາດ, ວຽກງານຍຸດທະສາດ ແລະ ວຽກງານຂໍ້ມູນ-ຂ່າວສານໄດ້ພາກັນເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງກະຊວງ
ໂດຍໄດ້ຊີ້ນຳຂະແໜງກ່ຽວຂ້ອງຢູ່ກຳລັງຫລວງ ແລະ ກຳລັງທ້ອງຖິ່ນທົ່ວປະເທດ ເປັນເຈົ້າການຮັບປະກັນເຮັດສຳເລັດໜ້າທີ່ວິຊາສະເພາະໂດຍພື້ນຖານໃນ
ນັ້ນວຽກງານຮັບປະກັນມີ: ຫ້ອງການ, ບໍລິຫານ, ການເມືອງ ແລະ ການເງິນ ກໍ່ພ້ອມກັນກະຕຸກຊຸກຍູ້ເຮັດໃຫ້ວຽກວິຊາສະເພາະໄດ້ເດີນແມ່ນແລ່ນສະດວກ.
ການສ້າງພັກ-ພະນັກງານ, ການກວດກາ, ປ້ອງກັນ, ວຽກໂຄສະນາ ແລະ ວຽກງານນະໂຍບາຍຕະຫລອດຮອດອົງການຈັດຕັ້ງມະຫາຊົນ ໄດ້ເຄື່ອນໄຫວຢ່າງ
ເປັນຂະບວນການຟົດຟື້ນ. ຈາກພື້ນຖານດັ່ງກ່າວຈິ່ງສາມາດຄັດເລືອກໄດ້ສະມາຊິກພັກແຂງຮູ້ນຳພາຮອບດ້ານ 59 ສະຫາຍ, ສະມາຊິກພັກແຂງ 72 ສະ
ຫາຍ, ກາງ 6 ສະຫາຍ ແລະ ບໍ່ໄດ້ແບ່ງປະເພດ 1 ສະຫາຍ, ໃນນີ້ໜ່ວຍພັກເຂັ້ມແຂງ ຮູ້ນຳພາຮອບດ້ານມີ 7 ໜ່ວຍພັກ, ໜ່ວຍພັກພະແນກຍຸດທະສາດ
ໄດ້ຮັບນາມມະຍົດ 5 ປີຕິດຕໍ່ກັນໄດ້ທຸງໄຊ, ໜ່ວຍພັກພະແນກວິທະຍາສາດ ແລະ ປະຫັດສາດ ໄດ້ 4 ສະໄໝ, ໜ່ວຍພັກພະແນກຂໍ້ມູນ-ຂ່າວສານໄດ້ 3
ສະໄໝ, ໜ່ວຍພັກພະແນກບໍລິຫານ ແລະ ການເມືອງໄດ້ 2 ສະໄໝ, ໜ່ວຍພັກຫ້ອງການໄດ້ຮັບເຂົ້າໃໝ່ 1 ສະໄໝ.

     ໃນໂອກາດນີ້ ປະທານກອງປະຊຸມຍັງໄດ້ຕາງໜ້າມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ 7 ໜ່ວຍພັກ ແລະ ໃບຍ້ອງຍໍຈາກກົມໃຫ່ຍການເມືອງ
ກອງທັບອີກ 2 ໜ່ວຍພັກຢ່າງສົມກຽດ.