ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ 213 ດຳເນີນຊີວິດການເມືອງ ປັບປຸງປົວແປງພາຍໃນພັກ


ພົນຈັດຕະວາ ສະຫວ່າງໄຊ ສິນນະວົງ ເປັນປະທານເຂົ້າຮ່ວມດຳເນີນຊີວິດການເມືອງ

     ໃນວັນທີ 8 ມີຖຸນາ 2017 ນີ້, ກົມ 213 ໄດ້ຈັດກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກຂຶ້ນໂດຍ ການເຂົ້າຮ່ວມເປັນປະທານ
ຂອງ ສະຫາຍ ພົນຈັດຕະວາ ສະຫວ່າງໄຊ ສິນນະວົງ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບສູນກາງ, ເຊິ່ງມີບັນດາ ສະຫາຍ ເລຂາ-ຮອງເລຂາ ແລະ ກຳມະການຄະນະພັກຮາກຖານ, ໜ່ວຍພັກຕ່າງໆ, ຫົວໜ້າພະແນກ, ຮອງພະແນກການ,
ຄະນະ ພັກ-ຄະນະບັນຊາໂຮງຮຽນ ແລະ ກົມກອງທີ່ຂຶ້ນກັບເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ທອງວັນ ຈັນທະວົງ ເລຂາຄະນະພັກ, ຫົວໜ້າກົມ 213 ໄດ້ກ່າວຄຳເຫັນໄຂບັ້ນດຳເນີນຊີວິດການເມືອງພາຍໃນພັກຄັ້ງນີ້ວ່າ:
ການດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກໃນຄັ້ງນີ້ ແມ່ນຄວາມຈຳ ເປັນພາວະວິໄສ, ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ເພື່ອປັບ
ປຸງເຊີດຊູຄວາມຮັບຜິດຊອບການເມືອງຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດຫຼັກການກໍ່ສ້າງພັກ, ຫຼັກການລວມສູນປະຊາທິປະໄຕ,
ຫຼັກການຕິຊົມຕົນເອງ ແລະ ຕິຊົມກັນ, ແກ້ໄຂ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນພັກເຊັ່ນ: ການຖືເບົາເຝິກຝົນຫຼໍ່ຫຼອມຕົນເອງ, ປາກົດການ
ເຊື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ, ການຝ່າຝືນລ່ວງລະເມີດກົດລະບຽບຂອງພັກ ແລະ ບັນດາຂໍ້ຫ້າມສຳລັບພະນັກງານ
ສະມາຊິກພັກ ເພື່ອແນໃສ່ສ້າງ ພັກໃຫ້ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ອີງຕາມວາລະຂອງບັ້ນດຳເນີນຊີວິດພັກຄັ້ງນີ້ ຈະໄດ້ເຜີຍແຜ່ເອກະສານສຳ
ຄັນຕ່າງໆຄື: ເອກະ ສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສເຂັ້ມແຂງ, ໜັກແໜ້ນ, ບົດສະຫຼຸບຕີລາຄາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X
ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິວ່າດ້ວຍ ການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານ
ການສໍ້ລາດບັງຫຼວງ, ເອກະສານສະຫຼຸບການນຳພາຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະພັກກົມ 213 ແລະ ເນື້ອໃນຂໍ້ເຈາະຈິ້ມໃນການຂຽນໃບສຳຫຼວດ
ບຸກຄົນ.

     ໂອກາດນີ້, ສະຫາຍພົນຈັດຕະວາ ສະຫວ່າງໄຊ ສິນນະວົງ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະພັກແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະສະ
ຫາຍ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າເຊື່ອມຊຶມຕີລາຄາໄຈ້ແຍກບັນຫາຕ່າງໆກ້າຫານ ຕິຊົມຕົນເອງຕິຊົມເຊິ່ງກັນ
ແລະ ກັນ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ເຮັດໃຫ້ເກີດມີການປ່ຽນແປງໃຫມ່ທີ່ຕັ້ງໜ້າດ້ວຍຈິດໃຈບຸກທະລຸແນໃສ່ຍົກສູງຄວາມສາມາດນຳພາ ແລະ
ລັກສະນະເປັນແບບຢ່າງນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກເພື່ອນຳເອົາເນື້ອໃນຈິດໃຈມະຕິກອງປະ ຊຸມໃຫຍ່ຄັ້ງທີ X ຂອງ
ພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງ ທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ກໍຄືມະຕິກອງປະຊຸມໃຫຍ່ອົງຄະນະພັກກົມ 213 ໃຫ້ເຂົ້າສູ່ລວງເລິກ
ໃນວຽກງານຕົວຈິງ, ສ້າງກົມກອງໃຫ້ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງກອງປະຊຸມບັ້ນດຳເນີນຊີວິດການເມືອງຢູ່ກົມ 213
ຈະດຳເນີນໄປເປັນເວລາ 7 ວັນຈຶ່ງຈະສຳເລັດ.