ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພົນ​ທີ 4 ປະດັບຫຼຽນກຽດຕິ​ຄຸນ ​ແລະ ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ

ພິທີປະດັບຫຼຽນກຽດຕິ​ຄຸນ ​ແລະ ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ ກອງພົນທີ 4

     ຫວ່າງມໍ່ໆມານີ້, ຢູ່ທີ່ສະໂມສອນກອງພົນທີ 4 ໄດ້ຈັດພິທີປະດັບຫຼຽນກຽດຕິຄຸນ ແລະເລື່ຶອນຊັ້ນໃຫ້ນາຍ ແລະພົນທະຫານກອງພົນທີ 4 ໂດຍໃຫ້ກຽດ
ເຂົ້າຮ່ວມຂອງ ພັນເອກ ຄຳໄຂ ວິໄລເຄືອ ຫົວໜ້າການເມືອງ ແລະພັນເອກ ຄຳຍໍ ລິນຊົມພູ ຫົວໜ້າການທະຫານ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາ
ອົງການ 5 ຫ້ອງ, ພະແນກການ, ພ້ອມດ້ວຍພະນັກ ງານນຳພາ-ບັນຊາກົມກອງ ອ້ອມຂ້າງທົ່ວກອງພົນທີ 4 ເຂົ້າ ຮ່ວມ.

     ພັນໂທ ບຸນທະວີ ແກ້ວສີລາເພັດ ຫົວໜ້າພະແນກນະໂຍບາຍ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ. ວ່າດ້ວຍການນຳໃຊ້ຫຼຽນກຽດຕິຄຸນ
ຂອງກອງທັບປະຊາຊົນລາວສະບັບເລກທີ 1002/ກປທ, ລົງວັນທີ 24 ເມສາ 2013 ໃຫ້ພະນັກງານທີ່ມີຜົນງານຄຸນງາມຄວາມດີໃນຖັນແຖວກອງທັບປະ
ຊາຊົນລາວທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປະຕິວັດ, ຕໍ່ສູ້ປົດປ່ອຍຊາດ ແລະປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ເປັນເວລາຍາວ
ນານ, ດັ່ງນັ້ນ ກະຊວງປ້ອງກັນປະເທດຕົກລົງມອບຫຼຽນກຽດຕິຄຸນໃຫ້ນາຍທະຫານຈຳນວນ 15 ສະຫາຍ. ໃນໂອກາດດຽວກັນ ພັນໂທ ຈັນທຸມມາ ນໍອາ
ມາດ ຫົວໜ້າພະແນກພະນັກງານຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍການເລື່ຶອນຊັ້ນ ແລະ
ທຽບຊັ້ນໃຫ້ນາຍທະຫານໃນກອງພົນທີ 4 ອີງໃສ່ກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນໝວດທີ III ມາດຕາ 17 ແລະ18 ວ່າດ້ວຍ ການ
ເລື່ອນຊັ້ນ ແລະທຽບຊັ້ນໃຫ້ ນາຍ ແລະພົນທະຫານທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນກົມກອງຂອງຕົນໃນໄລ
ຍະຜ່ານມາ, ໃນນັ້ນກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບ ໄດ້ຕົກລົງເລື່ອນຊັ້ນວາທີຂຶ້ນຮ້ອຍຕີມີ 66 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນ
ຮ້ອຍໂທ ມີ 44 ສະຫາຍ, ເລື່ອນຊັ້ນຮ້ອຍໂທຂຶ້ນຮ້ອຍເອກມີ 58 ສະຫາຍ, ເລື່ອນຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີມີ 39 ສະຫາຍ.

     ພັນເອກ ຄຳໄຂ ວິໄລເຄືອ ຫົວໜ້າການເມືອງກອງພົນທີ 4 ໄດ້ ໂອ້ລົມ ແລະຊີ້ນໍາຕໍ່ຜູ້ທີ່ໄດ້ຮັບຫຼຽນກຽດຕິຄຸນ ແລະໄດ້ຮັບການເລື່ອນຊັ້ນ. ໂດຍຍ້ອງ
ຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດມະຕິຄຳສັ່ງຂອງຜູ້ບັນຊາ ແລະການເຄື່ອນໄຫວເຮັດໜ້າທີ່ຂອງຕົນເອງຢ່າງເປັນ
ປົກກະຕິເຮັດສຳເລັດໜ້າທີ່ຕາມການມອບໝາຍໃນໄລຍະຜ່ານມາ.