ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມ​ໃຫຍ່​ເຕັກນິກ​ລົງ​ຊີ້​ນຳ​ວຽກງານ​ຢູ່​ກອງພັນ​ໃຫຍ່ 11


     ທ້າຍເດືອນ ເມສາ 2017 ທີ່ຜ່ານມານີ້ ທ່ານພົນຕີ ແອສະໄໝ ເລືອງວັນໄຊ, ຫົວໜ້າກົມໃຫຍ່ເຕັກນິກກອງທັບໄດ້ລົງຢ້ຽມຢາມ ແລະເຮັດວຽກຢູ່
ກອງພັນໃຫຍ່ 11 ເຊິ່ງໃຫ້ກຽດຕ້ອນຮັບໂດຍພັນເອກ ຂັນທະລີ ທາທິລາດ, ຫົວໜ້າການທະຫານກອງພັນໃຫຍ່ 11 ພ້ອມດ້ວຍຄະນະ.

     ໂອກາດດັ່ງກ່າວພັນໂທ ທອງດີ ແກ້ວທອງບິນ ຄະນະພັກ ຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 11 ກໍໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິ
ບັດວຽກງານຮັບປະກັນດ້ານເຕັກນິກ ຂອງກົມກອງປະຈຳປີ 2016-2017 ໃຫ້ແກ່ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ພ້ອມດ້ວຍຄະນະໄດ້ຮັບຊາບ.
ເຊິ່ງໃນໄລຍະ 1 ປີ ຜ່ານມາວຽກທີ່ໄດ້ຈັດຕັ້ງປະຕິບັດຕົ້ນຕໍແມ່ນວຽກງານບົວລະບັດ ແລະກວດກາສະພາບພາຫະນະຮັບໃຊ້ການທະຫານໄດ້ຈຳນວນ 54
ລາຍການ, ຄຸ້ມຄອງນຳໃຊ້ລົດຂົນສົ່ງ, ສົມທົບກັບກົມຄຸ້ມຄອງລົດເພື່ອກວດກາຄຸນະພາບດ້ານເຕັກນິກ, ວຽກງານກໍ່ສ້າງເຄຫາສະຖານລະບົບສາງຄັງ,
ສ້າງເຂດເຕັກນິກກອງພັນນ້ອຍ 586 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການຄາດໝາຍ. ຈາກນັ້ນກໍໄດ້ປຶກສາຫາລືວຽກງານໃນຕໍ່ໜ້າກໍຄືສົກ ປີ
2017-2018 ຮ່ວມກັນຄົ້ນຄວ້າແກ້ໄຂຂໍ້ ຄົງຄ້າງໃນດ້ານຕ່າງໆໄລຍະຜ່ານມາກໍຄືວຽກງານຮັບປະກັນດ້ານເຕັກນິກໃຫ້ ແກ່ກົມກອງ.

     ໃນໂອກາດດັ່ງກ່າວທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 11 ທີ່ໄດ້ເອົາໃຈໃສ່ຕິດຕາມ
ກວດກາ ລົງຊີ້ນຳວຽກງານດ້ານເຕັກນິກ ຢ່າງໃກ້ຊິດເຮັດໃຫ້ວຽກງານ ດ້ານເຕັກນິກມີຄວາມຮັບປະກັນ, ພ້ອມທັງໄດ້ແນະນຳໃຫ້ເອົາໃຈໃສ່ເພີ່ມຕື່ມບາງ
ບັນຫາ ເປັນຕົ້ນແມ່ນໃຫ້ເອົາໃຈ ໃສ່ຊີ້ນຳພະນັກງານ-ນັກຮົບໃນພະແນກເຕັກນິກວິຊາສະເພາະທີ່ກ່ຽວຂ້ອງ ເພີ່ມທະວີຄວາມຮັບຜິດຊອບໃນດ້ານໜ້າທີ່
ວິຊາສະເພາະຂອງຕົນເພື່ອພັດທະນາຄວາມຮູ້ຄວາມສາມາດໃຫ້ກ້າວຂຶ້ນ ທັງເປັນການພັດທະນາສີມືດ້ານການຂັບຂີ່, ການບົວລະບັດຜັດເຊັດພາຫະນະກໍ
ຄືຄວາມສາມາດໃນການສ້ອມແປງແກ້ໄຂກໍລະນີຕ່າງໆໃຫ້ມີຄຸນະພາບໃຫມ່.