ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົງເຄື່ອນໄຫວກວດກາໂຄງການກໍ່ສ້າງຕຶກອາຄານ
ຢູ່ສະໜາມຍິງປືນຍຸດທະວິທີກອງທັບບົກອາຊຽນ

     ຫວ່າງມໍ່ໆມານີ້, ພັນເອກ ຄຳແສນ ມະຫາວົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ພ້ອມດ້ວຍຕາງໜ້າແຕ່ລະກົມທີ່ກ່ຽວຂ້ອງ ໄດ້ລົງໄປເຄື່ອນໄຫວ
ຢ້ຽມຢາມກວດກາໂຄງການກໍ່ສ້າງບັນດາຕຶກອາຄານພື້ນຖານໂຄງ ລ່າງທີ່ຮັບໃຊ້ຢູ່ສະໜາມຍິງປືນຍຸດທະວິທີກອງທັບບົກອາຊຽນ.

                            
                                                        ພັນເອກ ຄຳແສນ ມະຫາວົງ ລົງເຄື່ອນໄຫວກວດກາໂຄງການກໍ່ສ້າງຕຶກອາຄານຢູ່ສະໜາມຍິງປືນຍຸດທະວິທີກອງທັບບົກອາຊຽນ

     ການລົງໄປເຄື່ອນໄຫວຢ້ຽມຢາມຂອງຮອງຫົວໜ້າກົມພົວພັນຕ່າງປະເທດໃນຄັ້ງນີ້ ແມ່ນໄດ້ຮັບການຕ້ອນຮັບຈາກຄະນະຊີ້ນຳ ແລະຜູ້ຈັດການບໍລິສັດ
ຂອງໂຄງການກໍ່ສ້າງພາກສະໜາມ ພ້ອມທັງໄດ້ຮັບຟັງການລາຍງານສະພາບຂອງການດຳເນີນການກໍ່ສ້າງໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວຂອງ
ໂຄງການກໍ່ສ້າງໃນຕະຫຼອດໄລຍະຜ່ານມາທີ່ມີຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃຫ້ຂັ້ນເທິງໄດ້ຮັບຊາບ.

     ໃນເວລາດຽວກັນນັ້ນ ພັນເອກ ຄຳແສນ ມະຫາວົງ ກໍໄດ້ລົງກວດກາເບິ່ງສະພາບຕົວຈິງກ່ຽວກັບການສ້າງຕຶກອາຄານຖາວອນ ເຊິ່ງມີເນື້ອທີ່ທັງໝົດ
14 ອາຄານ, ໂຄງການດັ່ງກ່າວນີ້ແມ່ນທຶນການຊ່ວຍເຫຼືອຈາກກອງທັບ ສປ ຈີນ ເພື່ອກໍ່ສ້າງຕຶກອາຄານທີ່ ແໜ້ນໜາຖາວອນ ໂດຍຈະກວດກາການກໍ່
ສ້າງໃຫ້ໄດ້ມາດຕະຖານ, ເຊິ່ງແມ່ນບໍລິສັດລັດວິສະວະກຳການກໍ່ ສ້າງ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງທັງໝົດ, ໂດຍການກໍ່ສ້າງແມ່ນເລີ່ມຕົ້ນເດືອນມັງ
ກອນ 2017 ເປັນຕົ້ນມາ ປັດຈຸບັນສຳເລັດແລ້ວ 30% ຂອງແຜນການ ຄາດວ່າໃຫ້ສຳເລັດການກໍ່ສ້າງ 100% ໃນເດືອນກັນຍາ 2017 ທີ່ຈະມາເຖິງ.