ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາໂຄງການການກໍ່ສ້າງສະໜາມແອບການທະຫານໂຮງຮຽນວຽງໄຊ

     ພິທີເຊັນສັນຍາໂຄງການກໍ່ສ້າງສະໜາມແອບການທະຫານ ໃຫ້ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ໄດ້ຈັດຂຶ້ນໃນວັນທີ 03 ມີນາ
2017 ນີ້, ພາຍໃຕ້ການເປັນປະທານຂອງທ່ານ ພົນຈັດຕະວາ ຄໍາສີ ວົງຄໍາຊາວ ກຳມະການຄະນະພັກກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ,
ພັນເອກ ອິນຫວນ ວໍລະສານ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ, ທ່ານ ລໍາພອນ ວົງວິໄລ ປະທານບໍລິສັດວົງວິໄລຈະ ເລີນກໍ່ສ້າງຈໍາກັດຜູ້ດຽວ
ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.

                            
                                                                    ພົນຈັດຕະວາ ຄໍາສີ ວົງຄໍາຊາວ ເປັນປະທານພິທີເຊັນສັນຍາໂຄງການການກໍ່ສ້າງສະໜາມແອບການທະຫານໂຮງຮຽນວຽງໄຊ

     ພັນໂທ ເພັດສະໝອນ ວິລະວອນ ຫົວໜ້າຫ້ອງອົບຮົມໂຮງຮຽນ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບ ສະ
ບັບເລກທີ 448/ກສນ ລົງວັນທີ 28 ກຸມພາ 2017 ຂໍ້ຕົກລົງກົມໃຫຍ່ເສນາທິການກອງທັບ ແຕ່ງຕັ້ງຄະນະຊີ້ນໍາ, ວິຊາການກໍາກັບການກໍ່ສ້າງສະໜາມ
ແອບໃຫ້ໂຮງຮຽນກໍ່ ສ້າງນາຍສິບເລກ 2 ວຽງໄຊ, ໃບສັ່ງວຽກກະຊວງປ້ອງກັນປະເທດ ກົມໃຫຍ່ເສນາທິການກອງທັບ ເລື່ອງການມອບໂຄງການກໍ່ສ້າງ
ການຈັດວາງສະໜາມຫັດແອບ ໂດຍມອບໃຫ້ບໍລິສັດວົງວິໄລຈະເລີນກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ກໍ່ສ້າງໃນເນື້ອທີ່ 50 ເຮັກຕາ ໃນນັ້ນກໍ່ສ້າງສະໜາມ
ຍິງປືນອາວຸດທະຫານຮາບ, ສະໜາມສິລະປະຍຸດສິ່ງກີດຂວາງ, ສະໜາມນັກຮົບແຂງແຮງ, ຜາມໄຊ ແລະຫ້ອງສຸຂາ (ຫ້ອງນໍ້າ), ພ້ອມນີ້ຍັງໄດ້ອະທິບາຍ
ເຖິງການບຸກເບີກຂຸມຄອງ, ການຄູນດິນ ແລະອື່ນໆ ໃນຂອບເຂດສະໜາມທັງໝົດຈະໃຊ້ເວລາກໍ່ສ້າງນັບແຕ່ມື້ເຊັນສັນຍາໂຄງການກໍ່ສ້າງໃຫ້ສໍາເລັດໃນ
06 ເດືອນ ໃນມູນຄ່າທັງໝົດແມ່ນ 2.5 ຕື້ກີບ ໂດຍບໍລິສັດຈະອອກທຶນກ່ອນ ແລະຂັ້ນເທິງຈະຊຳລະໃຫ້ເປັນ 02 ງວດ ພາຍຫຼັງກວດຜ່ານໃນແຕ່ລະໄລ
ຍະການກໍ່ສ້າງ. ນອກນີ້ຍັງມີວຽກງານອື່ນໆໃນຂອບເຂດສະໜາມທີ່ໄດ້ລະບຸໄວ້ໃນສັນຍາ. ພາຍຫຼັງສໍາເລັດການກໍ່ສ້າງຈະອໍານວຍຄວາມສະດວກໃຫ້ແກ່
ການຫັດແອບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ກໍາລັງຫຼວງ, ກໍາລັງທ້ອງຖິ່ນ, ທະຫານຮາບກອງຫຼອນ, ກໍາລັງສໍາຮອງ, ກໍາລັງປ້ອງກັນໂຕ
ແລະນັກຮຽນ-ນັກສຶກສາຕື່ມອີກ. ຈາກນັ້ນທັງສອງຝ່າຍໄດ້ເຊັນສັນຍາບົດບັນທຶກໂດຍຊ້ອງໜ້າ ທ່ານ ພົນຈັດຕະວາ ຄໍາສີ ວົງຄໍາຊາວ ແລະພະນັກງານ
ທັງສອງຝ່າຍເປັນສັກຂີພະຍານ ພ້ອມນີ້ ທ່ານ ພົນຈັດຕະວາ ຄໍາສີ ວົງຄໍາຊາວ ໄດ້ມີຄໍາເຫັນຫຼາຍບັນຫາ ໂດຍສະເພາະທ່ານໄດ້ໃຫ້ທິດຊີ້ນໍາຕໍ່ການກໍ່ສ້າງ
ພາຍຫຼັງສໍາເລັດຄະນະພັກ-ຄະນະອໍານວຍການໂຮງຮຽນຕ້ອງຈັດຕັ້ງໃຫ້ມີພະນັກງານຮັບຜິດຊອບປົກປັກຮັກສາ ແລະບົວລະບັດໃຫ້ມີຄວາມເປັນລະບຽບ
ຮຽບຮ້ອຍ.