ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານການແພດກອງທັບ ຍົກສູງຄຸນນະພາບເຫຼົ່າຮົບເສນາຮັກ

     ໃນວັນທີ 28 ກຸມພາ 2017, ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມຍົກສູງຄຸນນະພາບວຽກງານກໍ່ສ້າງເຫຼົ່າຮົບເສນາຮັກ
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ,
ມີກົມການສຶກສາຊັ້ນສູງ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ບັນດາໂຮງໝໍ, ສະຖາບັນຕ່າງໆ ກອງພົນ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

                            
                                                                    ພົນຈັດຕະວາ ຄຳເພັດ ສີຊານົນ ເປັນປະທານກອງປະຊຸມຍົກສູງຄຸນນະພາບວຽກງານກໍ່ສ້າງເຫຼົ່າຮົບເສນາຮັກ

     ກອງປະຊຸມໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງ, ປັບປຸງເນື້ອໃນ ແລະແປເອກະສານການຮຽນ, ການສອນສາຂາວິຊາການ
ແພດ ໃຫ້ວິທະຍາຄານການແພດກອງທັບລວມມີຄະນະຮັບຜິດຊອບ 6 ສະຫາຍ ຮຽບຮຽງກວດແກ້ 9 ສະຫາຍ, ແປເອກະສານພາຍໃນການແພດການ
ທະຫານ 8 ວິຊາ ສາຍພາຍນອກວິຊາການແພດການທະຫານ 11 ວິຊາ, ບົ່ງມະຕິຮູບພາບ 5 ພາກ ວິຊາຜ່າຕັດຕົວຈິງ, ວິຊາລະບາດວິທະຍາ ແລະວິຊາ
ພະຍາບານ-ບຳລຸງລ້ຽງ, ສາຍວິຊາແພດການທະຫານ 7 ວິຊາ, ວິຊາແພດພື້ນເມືອງພາກອາການສາດ-ການພະຍາບານລວມ 13 ພາກວິຊາ, ມໍລະສຸມ
ສຸກເສີນ ພາກວິຊາຟີຊິກສາດ-ກາຍະບຳບັດ ພ້ອມນັ້ນກໍໄດ້ສ້າງນັກວິຊາການແພດວິຊາໄດ້ 40.119 ສະຫາຍ, ມີປະລິນຍາເອກ 79 ສະຫາຍ, ປະລິນຍາ
ຕີ 319 ສະຫາຍ ເພື່ອຮັບປະກັນວຽກງານສົ່ງເສີມສຸຂະພາບພາຍໃນກອງທັບຮັບໃຊ້ສັງຄົມ ເພື່ອຮັບປະກັນທາງດ້ານຄຸນນະພາບ ແລະປະລິມານ ປະຕິບັດ
ໄດ້ຕາມຫຼັກການຂອງແພດ ໂດຍສະເພາະແມ່ນເຫຼົ່າຮົບເສນາຮັກໄດ້ມີຄຸນນະພາບສູງ ພ້ອມນັ້ນທີ່ປະຊຸມຜູ້ແທນໄດ້ປະກອບຄຳຄິດເຫັນຖອດຖອນບົດຮຽນ
ບາງດ້ານຕໍ່ກອງປະຊຸມຢ່າງກົງໄປກົງມາ.

     ໂອກາດນີ້ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ກໍໄດ້ໂອ້ລົມຕໍ່ພະນັກງານໃນທີ່ປະຊຸມ ສະຫາຍໄດ້ຍົກໃຫ້ເຫັນພາລະບົດບາດວິຊາການແພດໃນກອງ
ທັບເຮົາ, ໜ້າທີ່ອັນສຳຄັນເພື່ອຮັບໃຊ້ໃນກອງທັບ ບົນພື້ນຖານວຽກງານວິຊາສະເພາະເຫຼົ່າຮົບເສນາຮັກໃຫ້ມີຄຸນນະພາບສູງທາງດ້ານປະລິມານ ແລະຄຸນນະ
ພາບເພື່ອຮັບໃຊ້ກອງທັບ ແລະສັງຄົມໄດ້ດີຍິ່ງຂຶ້ນ.