ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳ ວປກ ຕ້ອນຮັບ​ຄະນະ​ຜູ້​ແທນ ວິທະຍາຄານປ້ອງກັນຊາດ ກອງທັບປະຊາຊົນ ຫວຽດນາມ


ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຕ້ອນຮັບ​ຂະນະ​ຜູ້​ແທນ ວປ.ກ ສສ ຫວຽດນາມ

     ໃນວັນທີ 7 ມັງກອນ 2020 ນີ້, ຄະນະນຳ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ເຊິ່ງນຳໂດຍ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການ ຄະນະພັກ
ກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວປກ. ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ວິທະຍາຄານປ້ອງກັນຊາດ ກອງທັບປະຊາຊົນ
ຫວຽດນາມ ເດີນທາງມາຢ້ຽມຢາມ ແລະຮ່ວມເຮັດວຽກຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຊິ່ງນຳ ໂດຍສະຫາຍ ພົນຈັດຕະວາ ຮອງສາດສະດາຈານ ປະ
ລິນຍາເອກ ຟານ ແອງ ຫວຽດ ຮອງອຳນວຍ ການວິທະຍາຄານປ້ອງກັນຊາດ ກອງທັບປະຊາຊົນຫວຽດນາມ.

     ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະເປັນກັນເອງ, ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະຮ່ວມເຮັດວຽກໃນຄັ້ງນີ້ ເຊິ່ງ
ຍັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜັນສາຍພົວພັນການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີການຮ່ວມມືກັນມາແຕ່ດົນນານ ໃຫ້ມີ
ການຂະຫຍາຍຕົວ ແລະມີປະສິດທິຜົນສູງໃນການຮ່ວມມືເຊິ່ງກັນ ແລະກັນໃຫ້ແຕກດອກອອກຜົນ ແລະງອກງາມຂຶ້ນເລື້ອຍໆ. ພ້ອມດຽວກັນນີ້ ກໍໄດ້ກ່າວອວຍພອນ ແລະ
ກ່າວຂອບໃຈຕໍ່ຄະນະຜູ້ແທນວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ ທີ່ໄດ້ມາຢ້ຽມຢາມ, ແລກປ່ຽນບົດຮຽນຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍແມ່ນກັບ ວິທະ
ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຊິ່ງມັນສະແດງໃຫ້ເຫັນເຖິງສາຍພົວພັນການຮ່ວມມືອັນແໜ້ນແຟ້ນ, ທັງຍັງເປັນການປະກອບສ່ວນອັນສຳຄັນ, ເຂົ້າໃນການ
ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຊ່ວຍເຫຼືອແບບພິເສດ ໃນຕໍ່ໜ້າຂອງສອງຊາດ-ສອງກອງທັບ ລາວ-ຫວຽດນາມ ໃຫ້ເກີດດອກອອກຜົນຂຶ້ນເລື້ອຍໆ.