ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດງານແຂ່ງຂັນກີລາກາຍະກຳທົ່ວກອງທັບຄັ້ງທີ II
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປ


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມງານແຂ່ງຂັນກີລາກາຍະກຳທົ່ວກອງທັບຄັ້ງທີ II
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປ

     ງານແຂ່ງຂັນກີລາກາຍະກຳທົ່ວກອງທັບ ຄັ້ງທີ II ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ເປີດຂຶ້ນຢ່າງເປັນທາງ ໃນວັນທີ 8 ມັງກອນ
2019, ທີ່ເດີ່ນກີລາມະຫາວິທະຍາໄລແຫ່ງຊາດໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ປະທານຈັດງານແຂ່ງຂັນກີລາກາຍະກຳທົ່ວກອງທັບ ຄັ້ງທີ II ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ
ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ,
ມີອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີຄະນະນຳກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່ ແລະ ອົງການຈັດຕັ້ງສະຫະພັນກີລາ, ຄະນະນຳ-ຄະນະບັນຊາ, ຄູເຝິກ,
ນັກກີລາ, ເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນ, ຕະຫຼອດຮອດນາຍ ແລະ ພົນທະຫານຈາກກຳລັງຫຼວງ ແລະ ກຳລັງທ້ອງຖິ່ນເຂົ້າຮ່ວມຢ່າງຟົດຟື້ນ.

     ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ທັງເປັນຮອງປະທານຈັດງານແຂ່ງຂັນກີລາກາຍະກຳທົ່ວກອງທັບຄັ້ງທີ II ຂຶ້ນລາຍ
ງານວ່າ: ງານແຂ່ງຂັນກີລາກາຍະກຳທົ່ວກອງທັບຄັ້ງທີ II ແມ່ນຈັດຂ້ືນໃນທ່າມກາງທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ເວົ້າລວມ,
ເວົ້າສະເພາະກຳລັງປ້ອງກັນຊາດພ້ອມກັນສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນ
ປະເທດ ມີໝາກຜົນຕົວຈິງໃນຫຼາຍດ້ານ, ພ້ອມນັ້ນກໍໄດ້ພ້ອມກັນສືບຕໍ່ອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ,
ເວົ້າສະເພາະແມ່ນການຫ້າງຫາກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນກວ້າງຂວາງ
ແລະ ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍເລິກເຊິ່ງ.

     ງານແຂ່ງຂັນກີລາກາຍະກໍາໃນຄັ້ງນີ້, ມີຕົວແທນນັກກີລາຈາກ 6 ເຂດ ມີ 36 ຫົວໜ່ວຍກົມກອງເຂົ້າຮ່ວມຄື: ເຂດ I ປະກອບມີ 5 ຫົວໜ່ວຍກົມກອງ (ກອງບັນຊາ
ການທະຫານແຂວງຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຜົ້ງສາລີ ແລະ ກອງພົນທີ3), ເຂດ II ປະກອບມີ 4 ຫົວໜ່ວຍກົມກອງ (ກອງບັນຊາການທະຫານແຂວງໄຊຍະບູລີ,
ຫຼວງພະບາງ, ໂຮງຮຽນນາຍສິບເລກ I ແລະ ກອງພົນທີ 2), ເຂດ III ປະກອບມີ 3 ຫົວໜ່ວຍກົມກອງ (ກອງພົນທີ 1, ກອງພັນໃຫຍ່ 584 ແລະ ກອງບັນຊາການທະຫານ
ແຂວງຫົວພັນ), ເຂດ IV ປະກອບມີ 4 ຫົວໜ່ວຍກົມກອງ (ກອງບັນຊາການທະຫານແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ ແລະ ກອງພົນທີ 4), ເຂດ V ປະກອບ
ມີ 5 ຫົວໜ່ວຍກົມກອງ (ກອງບັນຊາການທະຫານແຂວງສາລະວັນ,ຈໍາປາສັກ, ເຊກອງ, ໂຮງຮຽນນາຍສິບເລກ 2 ວຽງໄຊ ແລະ ກອງພົນທີ 5), ເຂດ VI ປະກອບມີ 15
ຫົວໜ່ວຍກົມກອງເຂົ້າຮ່ວມ (ກົມໃຫຍ່ເສນາທິການ, ຫ້ອງວ່າການກະຊວງ, ກົມໃຫຍ່ເຕັກນິກ, ກົມໃຫຍ່ພະລາທິການ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ,
ກົມ 213, ກົມວິທະຍາສາດ-ປະຫວັດສາດ ການທະຫານ,ເຫຼົ່າຮົບຊ່າງແສງ, ເຫຼົ່າຣົບລົດຕັງ-ຍານເກາະ, ເຫຼົ່າຮົບຕີພິເສດ, ວິທະຍາຄານກົມມະດຳ, ກອງພັນໃຫຍ່ 279,
ກອງພັນໃຫຍ່ 11, ກອງພັນໃຫຍ່ 941, ວິທະຍາຄານການແພດກອງທັບ ແລະ ເຫຼົ່າຮົບເຄມີ) ເຊິ່ງຈະແຂ່ງຂັນໃນປະເພດກີລາການທະຫານ ແລະ ກີລາມວນຊົນ 13 ລາ
ການ (10 ລາຍການລວມໝູ່ ແລະ 3 ລາຍການບຸກຄົນ) ດັ່ງນີ້: ກີລານັກຮົບແຂງແຮງ, ກີລາແລ່ນມ້າງປະກອບອາວຸດ, ຍິງປືນສັ້ນ K-59, ກີລາຍິງປືນ AK ບົດ1 ແລະ
ບົດ2, ກີລາຍິງປືນ RPK, ເຕະບານຊາຍ, ບານສົ່ງຊາຍໃນຮົ່ມ, ບານສົ່ງຍິງໃນຮົ່ມ, ກີລາກະຕໍ້ ແລະ ກີລາເປຕັງ ໂດຍຈະຊີງຫຼຽນລາງວັນ (ຄໍາ, ເງິນ, ທອງ) ຈໍານວນ 270
ຫຼຽນ ແລະ ຈະເລີ່ມການແຂ່ງຂັນເປັນເວລາ 8 ວັນ (ວັນທີ 5-13 ມັງກອນ 2019) ຈຶ່ງຈະສໍາເລັດ.

     ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຈັດຕັ້ງຈັດການແຂ່ງຂັນຕະຫຼອດເຖິງຄະນະພັກ-ຄະນະບັນຊາ, ຄູ
ເຝິກ, ນັກກີລາ ຕະຫຼອດເຖິງພາກສ່ວນກ່ຽວຂ້ອງທຸກພາກສ່ວນເອົາໃຈໃສ່ພ້ອມກັນຈັດຕັ້ງເປີດຂະບວນການແຂ່ງຂັນກີລາກາຍະກຳທົ່ວກອງທັບຄັ້ງທີ II ເປັນການປັບປຸງ
ກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງ, ສ້າງຄວາມສາມັກຄີຮັກແພງລະຫວ່າງກົມກອງຕໍ່ກົມກອງ, ທັງເປັນການພົບປະສັງສັນ, ແລກປ່ຽນທາງດ້ານເຕັກນິກ
ຄວາມຮູ້, ຄວາມສາມາດ ແລະ ເປັນການເຝິກຝົນຫຼໍ່ຫຼອມກໍາລັງກາຍໃຫ້ພະນັກງານ-ນັກຮົບມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຈິດໃຈສົດ ຊື່ນເຂັ້ມແຂງ,
ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດມອບໝາຍໃຫ້.ເພື່ອເຮັດໃຫ້ການຈັດຕັ້ງແຂ່ງຂັນກິລາກາຍະກໍາໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນ
ຊື່ນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍນັກກີລາທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ປະຕິບັດບັນດາລະ
ບຽບການ, ຂໍ້ກໍານົດກົດກະຕິກາການແຂ່ງຂັນຢ່າງເຂັ້ມງວດ, ປະຕິບັດໂມງເວລາ, ຕາຕະລາງການແຂ່ງຂັນຢ່າງເຄັ່ງຄັດ, ຕັ້ງອົກຕັ້ງໃຈເຂົ້າຮ່ວມການແຂ່ງຂັນຢ່າງພ້ອມ
ພຽງ, ໄດ້ ຫຼື ເສຍແມ່ນເກມກີລາ, ຫຼິ້ນເພື່ອສຸຂະພາບ, ເພື່ອໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງເປັນຕົ້ນຕໍ.