ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນ ທ່ານ ຈູມມາລີ ໄຊຍະສອນ

     ຄະນະນໍາກະຊວງປ້ອງກັນປະເທດ ເຊິ່ງນໍາໂດຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ພົນໂທ ຈູມມາລີ ໄຊຍະສອນ ອາດີດເລຂາທິການ
ໃຫຍ່ຄະນະບໍລິຫານງານສູນກາງພັກ, ອາດີດປະທານປະເທດ ໃນວັນທີ 8 ມັງກອນນີ້, ຢູ່ທີ່ເຮືອນພັກຂອງເພິ່ນເອງ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 69 ປີ ( 20 ມັງກອນ 1949-20 ມັງກອນ 2018 ).


ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະເຂົ້າອວຍພອນທ່ານ ພົນໂທຈູມມາລີໄຊຍະສອນ

     ທ່ານ ພົນໂທ ສຸວອນ ເລືອງບຸນມີ ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະ ຫານທຸກທົ່ວໜ້າໃນກອງທັບປະຊາຊົນລາວໄດ້
ກ່າວຄໍາອວຍພອນວ່າ: ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຂ້າພະເຈົ້າພ້ອມດ້ວຍຄະນະຂໍນໍາເອົານໍ້າຈິດນໍ້າໃຈ, ຄວາມສາມັກຄີຮັກແພງ ແລະ
ຄວາມນັບຖືຢ່າງສູງຄວາມເຊື່ອໝັ້ນມາຍັງທ່ານ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການເອົາໃຈໃນການຊີ້ນໍາ-ນໍາພາ ສຶກສາອົບຮົມກໍ່ສ້າງກອງ
ທັບປະຊາຊົນລາວເຮົາຕະຫຼອດມາ ກອງທັບປະຊາຊົນລາວພວກເຮົາກໍສາມາດເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍຈາກພັກ-ລັດ, ໂອກາດນີ້ຂໍອວຍພອນ
ໄຊອັນປະເສີດໃຫ້ອາດີດເລຂາທິການໃຫຍ່ ຈົ່ງມີສຸຂະພາບເຂັ້ມແຂງມີພາລະນາໄມສົມບູນ, ສຶບຕໍ່ຊີ້ນໍາ-ນໍາພາສຶກສາອົບຮົມ ແລະ ເປັນຮົ່ມໂພຮົ່ມໄຊອັນ
ປະເສີດໃຫ້ແກ່ກໍາລັງປະກອບອາວຸດ ກໍຄືກອງທັບປະຊາຊົນລາວໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດດັ່ງກ່າວ ທ່ານ ພົນໂທ ຈູມມາລີ ໄຊຍະສອນ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການນໍາກະຊວງປ້ອງກັນປະເທດທີ່ມີຄວາມເປັນຫ່ວງ
ເປັນໄຍທີ່ໄດ້ມາອວຍພອນໃນຄັ້ງນີ້. ພ້ອມນັ້ນທ່ານກໍໄດ້ກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາກອງທັບປະຊາຊົນລາວຍາມໃດກໍຮັກສາໄດ້ທາດແທ້ມູນເຊື້ອອັນ
ດີງາມຂອງກອງທັບປະຕິວັດ ເຮັດທຸກສິ່ງທຸກຢ່າງເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຍາມໃດກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່
ທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສົມກຽດ, ທ່ານຍັງໄດ້ຮຽກຮ້ອງໃຫ້ ການນໍາກະຊວງປ້ອງກັນປະເທດເພີ່ມທະວີການນໍາພາຂອງພັກຕໍ່ກໍາລັງປ້ອງ
ກັນຊາດ, ສຸມໃສ່ສ້າງເສດຖະກິດໃຫ້ປະຊາຊົນລາວບັນດາເຜົ່າໄດ້ມີຢູ່ມີກິນ ແລະ ເອົາໃຈໃສ່ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນທາງດ້ານຄຸນທາດ
ການເມືອງ, ມີສະຕິຕໍ່ການຈັດຕັ້ງລະບຽບວິໄນ, ສ້າງຖັນແຖວພະນັກງານສືບທອດປ່ຽນແທນ ພ້ອມນັ້ນກໍຕ້ອງຍົກລະດັບສິລະປະຍຸດ-ຍຸດທະວິທີໃຫ້ມີ
ຄວາມຊໍານິຊໍານານ ເພື່ອສ້າງໃຫ້ກອງທັບກາຍເປັນກອງທັບປະຕິວັດມີແບບແຜນທີ່ທັນສະໄໝ, ພ້ອມທັງອວຍພອນໃຫ້ຄະນະນໍາກະຊວງປ້ອງກັນປະເທດ
ຕະຫຼອດຮອດພະນັກງານ-ນັກຮົບໃນກອງທັບ ຈົ່ງມີສຸຂະພາບແຂງແຮງມີຜົນສໍາເລັດໃນໜ້າທີ່ສືບຕໍ່ຊີ້ນໍາ-ນໍາພາກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງສົມກັບ
ຄວາມໄວ້ເນື້ອວາງໃຈເຊື່ອໝັ້ນຈາກພັກລັດ ແລະ ປະຊາຊົນບັນດາເຜົ່າ.