ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດກອງປະຊຸມສະຫຼຸບວຽກງານປະຕິບັດກົດໝາຍ
ແລະ ລາດຕະເວນທາງນ້ຳ 4 ປະເທດລຸ່ມແມ່ນ້ຳຂອງ

     ກອງປະຊຸມສະຫຼຸບວຽກງານປະຕິບັດກົດໝາຍ ແລະລາດຕະເວນທາງນໍ້າ 4 ປະເທດລຸ່ມແມ່ນໍ້າຂອງ ປະຈຳປີ 2016, ໄດ້ໄຂຂຶ້ນໃນວັນທີ 19 ທັນວາ
2016, ຢູ່ທີ່ໂຮງແຮມໂຊລາຕັນ ນະຄອນຊຽງຮຸ່ງ ສປ ຈີນ, ເຊິ່ງປະກອບມີຄະນະຜູ້ແທນ 4 ປະເທດເຂົ້າຮ່ວມຄື: ສປປ ລາວ, ສະຫະພາບມຽນມາ, ຣາຊະ
ອານາຈັກໄທ ແລະສປ ຈີນ ເຈົ້າພາບ, ໂດຍການເປັນປະທານຂອງ ພັນເອກ ພິເສດ ນາງ ຫວາງຍີງ ຫົວໜ້າພະແນກຮ່ວມມືສາກົນກົມຄຸ້ມຄອງຊາຍແດນ
ກະຊວງສັນຕິບານ ສປ ຈີນ, ທັງເປັນຫົວໜ້າຄະນະຜູ້ແທນຝ່າຍຈີນ, ທ່ານ ພົນຈັດຕະວາ ມາລີສານ ແສງຈັນທາ ຮອງເລຂາພັກແຂວງ ຫົວໜ້າການເມືອງ
ກອງບັນຊາການທະຫານແຂວງບໍ່ແກ້ວ ເປັນຫົວໜ້າຄະນະຜູ້ແທນຝ່າຍລາວ, ພັນເອກ ລາມໍ ຫົວໜ້າກອງບັນຊາການຕຳຫຼວດນໍ້າ ທ່າເຮືອວຽງປຸ່ງ ທ່າຂີ້ເຫຼັກ
ສະຫະພາບມຽນມາ ເປັນຫົວໜ້າຄະນະຜູ້ແທນຝ່າຍມຽນມາ ແລະພັນຕຳຫຼວດເອກ ສຸລິຍົງ ວຸດທິ ຫົວໜ້າສູນປາບປາມການຜະລິດໃນແມ່ນໍ້າຂອງ ຈັງ
ຫວັດຊຽງລາຍ ຣາຊະອານາຈັກໄທ ເປັນຫົວໜ້າຄະນະຜູ້ ແທນຝ່າຍໄທ, ມີບັນດາສະຫາຍຄະນະຜູ້ແທນທີ່ກ່ຽວຂ້ອງທັງ 4 ປະເທດເຂົ້າຮ່ວມ.

                                

ພົນຈັດຕະວາ ມາລີສານ ແສງຈັນທາ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປະຕິບັດກົດໝາຍແລະລາດຕະເວນທາງນໍ້າ 4 ປະເທດລຸ່ມແມ່ນໍ້າຂອງ

     ໃນກອງປະຊຸມຄະນະຜູ້ແທນຝ່າຍ ສປ ຈີນ ໃນນາມເຈົ້າພາບ ໄດ້ສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິ ບັດການເຄື່ອນໄຫວຮ່ວມມືໃນໄລຍະ 1 ປີ
ຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າທີ່ຈະຕ້ອງໄດ້ພ້ອມກັນສືບຕໍ່ເສີມຂະຫຍາຍຄື: ສາມາດສະກັດກັ້ນການຄ້າຂາຍຢາເສບຕິດ, ອາສະຍາກຳ
ຂ້າມຊາດ, ການຄ້າມະນຸດ, ຄ້າຂາຍອາວຸດ, ຄ້າຂາຍເຖື່ອນ, ການເຂົ້າເມືອງຜິດກົດໝາຍ ແລະປາກົດການອື່ນໆ ນັບມື້ຫຼຸດໜ້ອຍຖ່ອຍລົງເທື່ອລະກ້າວອັນ
ໄດ້ເຮັດໃຫ້ສະພາບລຽບຕາມລຳແມ່ນໍ້າຂອງຕອນເໜືອມີຄວາມສະຫົງບປອດໄພໂດຍພື້ນຖານ ແລະພ້ອມນີ້ຍັງໄດ້ຍົກໃຫ້ເຫັນປາກົດການຫຍໍ້ທໍ້ທີ່ຈະຕ້ອງ
ໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ, ພ້ອມນັ້ນກໍ່ໄດ້ຜ່ານທິດທາງແຜນການ ປະຈຳປີ 2017 ຕື່ມອີກ, ຈາກນັ້ນຄະນະຜູ້ແທນແຕ່ລະຝ່າຍກໍ່ໄດ້ຜັດປ່ຽນກັນປະກອບ
ຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍແນໃສ່ສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມລຳແມ່ນໍ້າ ຂອງຕອນເໜືອ ໃຫ້ຫຼຸດໜ້ອຍຖ່ອຍລົງ
ແລະພ້ອມກັນສືບຕໍ່ປະຕິບັດກົດໝາຍ ແລະລາດຕາເວນທາງນໍ້າຮ່ວມກັນຕາມທິດທາງແຜນການປະຈຳປີ 2017.