ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ອວຍພອນທູດທະຫານ ສສ ຫວຽດນາມ ປະຈຳລາວ

     ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 72 ປີ (22 ທັນວາ 1944 - 22 ທັນວາ 2016) ໃນວັນທີ 19 ທັນວາ 2016
ນີ້, ຄະນະນຳກົມໃຫຍ່ການເມືອງກອງທັບ ນຳໂດຍ ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່
ການເມືອງກອງທັບ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າດອກໄມ້ ແລະກະຕ່າຂອງຂວັນເຂົ້າອວຍພອນ ທ່ານ ພັນເອກ ພິເສດ ຕາວ ວັນ ທາຍ ທີ່ປຶກສາທູດ
ປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ.

                                
                                                    ພົນຈັດຕະວາ ສອນທອງ ພົມລາວົງ ອວຍພອນທູດທະຫານ ສສ ຫວຽດນາມ ປະຈຳລາວ

     ໂອກາດນີ້ ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ໄດ້ກ່າວຄຳອວຍພອນໄຊອັນປະເສີດມາຍັງທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ
ສປປ ລາວ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ສືບ ຕໍ່ປະຕິບັດໜ້າທີ່ການທູດຂອງຕົນໃຫ້ໄດ້ຮັບຜົນສຳເລັດ.

     ທ່ານ ພັນເອກ ພິເສດ ຕາວ ວັນ ທາຍ ໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳກົມໃຫຍ່ການເມືອງກອງ ທັບ ທີ່ໄດ້ເອົາຄວາມຢື້ຢາມຖາມຂ່າວ ແລະ
ນຳເອົາກະຕ່າດອກໄມ້ມາອວຍພອນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະການຮ່ວມມືຮອບ
ດ້ານລະຫວ່າງສອງພັກ, ສອງລັດເວົ້າລວມ ເວົ້າສະເພາະກໍແມ່ນສອງກອງທັບ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.