ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ
ປະຈຳໄຕມາດ IV ບັນດາກົມກອງເຂດໃຈກາງ

     ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດ IV ສຳລັບບັນດາກົມກອງເຂດໃຈກາງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນ
ຕອນເຊົ້າວັນທີ 26 ທັນວາ 2016 ນີ້, ທີ່ກອງພັນໃຫຍ່ 11 ໂດຍການເປັນປະທານຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງ
ລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີຄະນະພັກ-ຄະນະບັນຊາບັນດາກົມກອງໃນເຂດໃຈກາງເຂົ້າຮ່ວມ.

                                

ທ່ານ ພົນຕີ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມ ສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດ IV ບັນດາກົມກອງເຂດໃຈກາງ

     ໃນກອງປະຊຸມຕົວແທນຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບການ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພັກ-ວຽກ
ງານການເມືອງໄລຍະ 3 ເດືອນຜ່ານມາທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກເຂົ້າໃນໜ້າທີ່ການເມືອງຂອງ
ກົມກອງຕົນ ເຊິ່ງຍົກໃຫ້ເຫັນສະພາບການທີ່ພົ້ນເດັ່ນດ້ານຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ ໂດຍສັງລວມແລ້ວເຫັນວ່າສະພາບ
ການເມືອງແນວຄິດຂອງພະນັກງານ-ນັກຮົບ ແມ່ນມີຄວາມສະຫງົບໜັກແໜ້ນ, ປະຕິບັດຕາມມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ກໍຄືຂໍ້ກຳນົດລະບຽບຂອງກອງ
ທັບ ຮັບປະກັນເຮັດໃຫ້ສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ, ສາມາດເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງກົມກອງມີຄວາມ
ສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ດ້ານການປັບປຸງກໍ່ສ້າງພັກ-ພະນັກງານ ແລະການພັດທະນາກົມກອງກໍເຫັນວ່າມີທ່າກ້າວ
ຫັນປ່ຽນດີຂຶ້ນຕາມທິດສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ກອງ 3 ປອດ ແລະກອງວັດທະນະທຳ-ນັກຮົບວັດທະນະທຳ.

     ໂອກາດນີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ມີຄຳເຫັນໃຫ້ທິດຊີ້ນຳບາງບັນຫາສຳຄັນໃນຂົງເຂດວຽກງານພັກ-ວຽກງານການເມືອງ ເຊິ່ງທ່ານໄດ້
ເນັ້ນໃຫ້ຄະນະພັກ-ຄະນະບັນຊາບັນດາກົມກອງເຂດໃຈກາງຈົ່ງເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ I ປີ 2017
ໃຫ້ໄດ້ຮັບໝາກຜົນສູງ ຮັບປະກັນເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງກົມກອງມີຄວາມສະຫງົບປອດໄພ 100% ແລະເອົາໃຈໃສ່ປັບປຸງກໍ່ສ້າງກົມ
ກອງໃຫ້ມີການພັດທະນາດີຂຶ້ນເປັນກ້າວໆ ໂດຍຖືເອົາຄຸນນະພາບການນຳພາຂອງແຕ່ລະຮາກຖານພັກເປັນກົກ ແລະຖືເອົາຄວາມເປັນແບບຢ່າງນຳໜ້າທີ່ດີ
ຂອງຖັນແຖວພະນັກງານ, ສະມາຊິກພັກຕໍ່ແຕ່ລະຂະບວນການວຽກງານເປັນບັນຫາສຳຄັນ.