ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ແລະ ເປີດການນຳໃຊ້ອະນຸສາວະລີນັກຮົບນິລະນາມ

     ໃນວັນທີ 19 ພະຈິກ 2016 ນີ້, ບ້ານໃໝ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ແລະເປີດການນຳໃຊ້ອະນຸສາວະລີນັກຮົບນິລະນາມ
ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆໄຊຍະບູລີ,
ມີບັນດາການນຳເມືອງ, ຄະນະພັກ-ຄະນະບັນຊາທະຫານແຂວງ, ປກສ ແຂວງ, ກອງ “ກ 2”, ຫ້ອງການອ້ອມຂ້າງເມືອງ, ບໍລິສັດສົມວັນກໍ່ສ້າງຂົວທາງຈຳ
ກັດ ພ້ອມດ້ວຍແຂກຖືກເຊີນ ແລະອຳນາດການປົກຄອງເມືອງທົ່ງມີໄຊເຂົ້າຮ່ວມ.

                                
                                ພົນຕີ ສຸວອນ ເລືອງບຸນມີ ເປັນປະທານພິທີມອບ-ຮັບ ແລະ ເປີດການນຳໃຊ້ອະນຸສາວະລີນັກຮົບນິລະນາມ

     ທ່ານ ສົມວັນ ຄຳຈີນບຸນຍະວົງ ຕາງໜ້າໃຫ້ບໍລິສັດສົມວັນຈະເລີນກໍ່ສ້າງ-ຂົວທາງຈຳກັດ ໄດ້ຂຶ້ນສະຫຼຸບວຽກງານໃນການກໍ່ສ້າງ ແລະກ່າວມອບໂຄງ
ການໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງແຂວງໄຊຍະບູລີ ສະບັບເລກທີ 1463 ລົງວັນທີ 15/10/2013 ແລະສັນຍາຮັບເໝົາສະບັບເລກທີ
76, ລົງວັນທີ 21/2/2014 ເຊິ່ງໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 1 ມີນາ 2014 ມາຮອດວັນທີ 19 ທັນວາ 2016 ຈຶ່ງສຳເລັດ100%, ໂຄງການການກໍ່
ສ້າງອະນຸສາວະລີນັກຮົບນິລະນາມ ຢູ່ເມືອງທົ່ງມີໄຊ ແມ່ນໂຄງການໜຶ່ງທີ່ນຳໃຊ້ທຶນງົບປະມານຂອງລັດ 100% ເຊິ່ງມີມູນຄ່າການກໍ່ສ້າງຈຳນວນ
5.854.622.000 ກີບ ສ່ວນການກໍ່ສ້າງແມ່ນບໍລິສັດລົງທຶນກ່ອນ 100%; ອະນຸສາວະລີດັ່ງກ່າວມີຂະໜາດ 20x29,10 ແມັດ ໃນນັ້ນປະກອບມີບັນ
ດາໜ້າວຽກດັ່ງນີ້: ວຽກພາກສ່ວນອະນຸສາວະລີ, ວຽກປະຕູໂຂງ, ວຽກກໍ່ສ້າງຫໍລາຍຊື່ຜູ້ເສຍສະຫຼະຊີວິດ, ວຽກກໍ່ສ້າງຫ້ອງນ້ຳມີຂະໜາດ 4x6 ແມັດ,
ວຽກກໍ່ສ້າງອ່າງເກັບນ້ຳສູງ 2,50 ແມັດ ແລະວຽກອະນຸກຳມະການເນື້ອໃນເກັບກຳຂໍ້ມູນ.

     ຈາກນັ້ນ ພັນເອກ ຄຳໝັ້ນ ວັນນະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ກ່າວຮັບໂຄງການຢ່າງເປັນທາງການເພື່ອໄປ
ຄຸ້ມຄອງ ແລະປົກປັກຮັກສາ ແລະທັງບູລະນະໃຫ້ຢູ່ຄູ່ເມືອງທົ່ງມີ ໄຊຕໍ່ໄປ ພ້ອມນັ້ນ ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ຈຸດປະສົງການສ້າງອະນຸ
ສາວະລີນັກຮົບນິລະນາມຢູ່ເມືອງທົ່ງມີໄຊນີ້ ເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນອັນເລິກເຊິງຂອງພັກ-ລັດຖະບານ, ກະຊວງປ້ອງກັນປະເທດ
ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າທີ່ມີຕໍ່ບັນດາສະຫາຍພະນັກງານ-ນັກຮົບ ທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ ເພື່ອພາລະກິດປະຕິວັດ
ເພື່ອຄວາມຢູ່ເຢັນເປັນສຸກຂອງພວກເຮົາໃນທຸກມື້ນີ້ການສ້າງອະນຸສາວະລີນັກຮົບນິລະນາມນີ້ຂຶ້ນ ກໍເພື່ອສືບຕໍ່ສຶກສາອົບຮົມໃຫ້ຄົນຮຸ່ນປັດຈຸບັນ ແລະ
ຮຸ່ນສືບທອດເຫັນໄດ້ມູນເຊື້ອຄວາມສາມັກຄີມູນເຊື້ອຂອງການຕໍ່ສູ້ພິລະອາດຫານເດັດດ່ຽວໜຽວແໜ້ນບໍ່ຍອມຈຳນົນ.