ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ການເຂົ້າຢ້ຽມຂ່ຳນັບອຳລາຂອງເອກອັກຄະລັດຖະທູດ ສສ ຫວຽດນາມ

     ໃນວັນທີ 21 ທັນວາ 2016 ນີ້, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ
ປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງສະຫາຍ ຫງວຽນ ແມ໋ງ ຮຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ
ປະຈຳ ສປປ ລາວ ໃນໂອກາດສິ້ນສຸດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

                                

     ໂອກາດດັ່ງກ່າວ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງຕໍ່ຜົນສຳເລັດໃນການ
ມາປະຕິບັດໜ້າທີ່ການທູດຂອງ ສະຫາຍ ຫງວຽນ ແມ໋ງ ຮຸ່ງ ຕະຫຼອດໄລຍະທີ່ຜ່ານມາ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍສຳ
ພັນແບບພິເສດ ແລະຄວາມສາມັກຄີຮອບດ້ານລະຫວ່າງສອງພັກ-ສອງລັດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານນັ້ນນັບມື້ນັບເພີ່ມພູນຄູນສ້າງຂຶ້ນ
ເລື່ອຍໆ ພ້ອມນີ້ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍັງໄດ້ຍ້ອງຍໍເຖິງຜົນງານອັນດີເລີດຂອງທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ
ຫວຽດນາມ ປະຈຳ ສປປ ລາວ ເຊິ່ງເປັນອີກບຸກ ຄົນໜຶ່ງທີ່ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນແບບພິເສດ ລາວ-ຫວຽດນາມ ນັບມື້ມີຄວາມ
ຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນການກໍ່ສ້າງພະນັກງານຂອງ ສປປ ລາວ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃຫ້ມີຄຸນນະພາບທີ່ດີ ເຊິ່ງໄດ້
ເປັນກຳລັງແຮງອັນສຳຄັນເຂົ້າໃນວຽກງານປົກປັກຮັກສາ ແລະສ້າງສາພັດທະນາຂອງ ສປປ ລາວ ກ້າວຂຶ້ນສູ່ໃບໜ້າໃໝ່.

     ໂອກາດດຽວກັນນີ້ ສະຫາຍ ຫງວຽນ ແມ໋ງ ຮຸ່ງ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະສະແດງຄວາມຮູ້ບຸນຄູນເປັນຢ່າງສູງມາຍັງສະຫາຍລັດຖະມົນ
ຕີກະຊວງປ້ອງກັນປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດລະຫວ່າງ
ສອງພັກສອງລັດລາວ-ຫວຽດນາມ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງໆຂຶ້ນ.