ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ ສສ ຫວຽດນາມ
ຢ້ຽມຢາມ  ​ແລະ ​ ເຮັດ​ວຽກຢູ່​ກົມ  ວສ-ປສ   ກອງທັບປະຊາຊົນ​ລາວ

    

                                
                                    ພົບປະແລກປ່ຽນບົດຮຽນວຽກງານຍຸດທະສາດການທະຫານລະຫວ່າງສອງຝ່າຍ                         

     ຄະນະຜູ້ແທນສະຖາບັນຢຸດທະສາດປ້ອງກັນຊາດ ສສ ຫວຽດນາມ ນຳໂດຍ ທ່ານ ພົນຕີ ຫງວຽນ ດຶກ ຫາຍ ຫົວໜ້າສະຖາບັນຍຸດທະສາດປ້ອງກັນ
ຊາດ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກ ຢູ່ກົມວິທະຍາສາດ-ປະຫວັດສາດ ການທະ
ຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 20-23 ທັນວາ 2016 ນີ້,  ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ
ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ

                   
              ພັ. ອ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ ການທະຫານ ປະກອບຄຳເຫັນຕໍ່ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງ 2 ຝ່າຍ                        

     ໃນການເດີນທາງມາຢຽ້ມຢາມ ແລະເຮັດວຽກຄັ້ງນີ້ ກໍ່ເພື່ອສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງກົມວິທະຍາສາດ-ປະຫວັດສາດການ
ທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບສະຖາບັນຍຸດທະສາດປ້ອງກັນຊາດ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໂດຍ ສະເພາະ
ແມ່ນ ການຮ່ວມມືຄົ້ນຄວ້າກ່ຽວກັບບັນດາຍຸດທະສາດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແລກປ່ຽນບົດຮຽນໃນບັນດາຂົງເຂດຄົ້ນຄວ້າທີ່ຂຶ້ນ
ກັບພາລະບົດບາດ ໜ້າທີ່ຂອງສອງຝ່າຍ, ການຮ່ວມມືຝຶກອົບຮົມບຳລຸງວິຊາສະເພາະໃຫ້ນາຍທະຫານ, ພ້ອມກັນແລກປ່ຽນຂໍ້ມູນຂ່າວສານ, ການຈັດພິມ
ຈຳໜ່າຍ, ຜະລິດຕະພັນຂອງທັງສອງຝ່າຍ, ບັນດາຂົງເຂດວຽກງານອື່ນໆທີ່ທັງສອງຝ່າຍມີຄວາມສົນ ໃຈເພື່ອໃຫ້ສອດຄ່ອງກັບລະບຽບກົດໝາຍຂອງ
ແຕ່ລະປະເທດ, ໃນສະພາບການໃໝ່.

                   
                             ຢ່ຽມຊົມການວ່າງສະແດງຮູບພາບການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍໃນຊຸມປີຜ່ານມາ

     ທັ້ງນີ້ກໍ່ເພື່ອເສີມຂະຫຍາຍຫັດແໜ້ນຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ-ສອງລັດ ສອງກອງທັບເວົ້າລວມ, ເວົ້າ
ສະເພາະກໍ່ຄືກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບສະຖາບັນຍຸດທະສາດປ້ອງກັນຊາດ ກະຊວງປ້ອງ
ກັນປະເທດ ແຫ່ງ ສສ ຫວຽດນາມ.

                   
ທ່ານ ພົນຕີ ຫງວຽນ ກຶກ ຫາຍ ຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ກະຊສງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມອບກາລະນຶກຂອງສະຖາບັນຍຸດທະສາດ                                                        ປ້ອງກັນຊາດ ໃຫ້ກົມ ວສ-ປສ ການທະຫານ ກອງທັບປະຊາຊົນລາວ