ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເອກະພາບຄວາມພ້ອມແກ່ການຈັດງານແຂ່ງຂັນກີລາ
ຕ້ອນຮັບວັນສ້າງຕັ້ງກອງທັບ ຄົບຮອບ 68 ປີ

     ວັນທີ 28 ທັນວາ 2016 ນີ້, ຢູ່ທີ່ສະໂມສອນກີລາກອງທັບ ຄະນະຮັບຜິດຊອບຈັດງານແຂ່ງຂັນກີລາກາຍະກຳອ້ອມຂ້າງກະຊວງປ້ອງກັນປະເທດ ໄດ້
ຈັດກອງປະຊຸມເອກະພາບດ້ານເຕັກນິກ ເພື່ອກຽມຄວາມພ້ອມໃຫ້ແກ່ການດຳເນີນການແຂ່ງຂັນກີລາກາຍະກຳອ້ອມຂ້າງກະຊວງປ້ອງກັນປະເທດ ຊີງຂັນຫົວ
ໜ້າກົມໃຫຍ່ເສ ນາທິການກອງທັບ ເພື່ອສ້າງຂະບວນການໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ
68 ປີ ທີ່ຈະມາເຖິງ ໂດຍການເຂົ້າຮ່ວມເປັນປະທານຂອງ ພັນເອກ ບຸນເຕົ້າ ທອງມະນີລາ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ຮອງປະ
ທານຄະນະຮັບຜິດຊອບຈັດການແຂ່ງຂັນກີລາດັ່ງກ່າວ ເຊິ່ງມີຜູ້ຮັບຜິດຊອບວຽກງານກີລາຈາກບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ,ວິທະ
ຍາຄານ ແລະບັນດາກົມກອງ, ເຫຼົ່າຮົບອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

                                
                            ພັນເອກ ບຸນເຕົ້າ ທອງມະນີລາ ເປັນປະທານຈັດງານແຂ່ງຂັນກີລາຕ້ອນຮັບວັນສ້າງຕັ້ງກອງທັບ ຄົບຮອບ 68 ປີ

     ໃນກອງປະຊຸມ ພັນໂທ ສີສຸກ ເພັງຄຳອ່ອນ ຫົວໜ້າພະແນກກີລາກາຍະກຳກົມອົບຮົມກົມໃຫຍ່ເສນາທິການກອງທັບ ທັງເປັນຄະນະຮັບຜິດຊອບຈັດ
ການແຂ່ງຂັນ ໄດ້ຂຶ້ນຜ່ານກົດລະບຽບ ແລະເງື່ອນໄຂມາດຖານຂອງນັກກີລາເປັນເອກະພາບກັນໃນການຈັດຕັ້ງປະຕິບັດຕົວຈິງ, ບົນຈິດໃຈສ້າງໃຫ້ໄດ້ບັນ
ຍາກາດເບີກບານມ່ວນຊື່ນມີຄວາມສ້າງສັນ ເພື່ອແລກປ່ຽນບົດຮຽນທາງດ້ານເຕັກນິກກີລາເຊິ່ງກັນ ແລະກັນ ພ້ອມທັງຮັກສາໄດ້ໃຫ້ມີຄວາມເປັນລະບຽບ
ຮຽບຮ້ອຍ ແລະມີຄວາມສະຫງົບປອດໄພ 100%, ພ້ອມນີ້ກອງປະຊຸມຍັງໄດ້ກຳນົດ ປະເພດກີລາ ແລະຈຳນວນນັກກີລາທີ່ຈະສົ່ງເຂົ້າຮ່ວມແຂ່ງຂັນໃນຄັ້ງ
ນີ້ ເຊິ່ງປະກອບມີ: 7 ປະເພດດ້ວຍກັນ ໃນນັ້ນກີລາບານເຕະໄດ້ກຳນົດເອົາຈຳນວນ 20 ຄົນ ລວມມີ 15 ຄະນະ, ບານສົ່ງຍິງ 12 ຄົນ ມີ 11 ຄະນະ, ບານ
ສົ່ງຊາຍ 12 ຄົນ ມີ 17 ຄະນະ, ກະຕໍ້ 5 ຄົນ ມີ 17 ຄະນະ, ເປຕັງຍິງ-ຊາຍ 5 ຄົນ (ຊາຍ 3 ຍິງ 2) ມີ 27 ຄະນະ, ກີລາການທະຫານນັກຮົບແຂງແຮງ 4
ຄົນ ມີ 12 ຄະນະ, ແລ່ນມ້າງປະກອບອາວຸດ ມີ 13 ຄະນະ ແລະກີລາຍິງປືນສັ້ນລະດັບນາຍທະຫານຂັ້ນສູງ. ເຊິ່ງລວມທັງໝົດມີ 27 ຫົວໜ່ວຍກົມກອງ
ສົ່ງນັກກີລາເຂົ້າຮ່ວມແຂ່ງຂັນ. ໂດຍການແຂ່ງຂັນຕົວຈິງແມ່ນຈະເລີ່ມແຕ່ວັນທີ 9-19 ມັງກອນ 2017 ທີ່ຈະມາເຖິງນີ້, ມາຮອດປັດຈຸບັນນີ້ເຫັນວ່າການ
ຫ້າງຫາກະກຽມຄວາມພ້ອມໃນດ້ານຕ່າງໆ ບໍ່ວ່າຈະເປັນດ້ານສະໜາມແຂ່ງຂັນກີລາແຕ່ລະປະເພດ, ດ້ານຄະນະຮັບຜິດຊອບ: ກຳມະການຕັດສິນການແຂ່ງ
ຂັນ, ດ້ານນັກກີລາ, ດ້ານງົບປະມານການເງິນ ແລະອື່ນໆແມ່ນມີຄວາມພ້ອມແລ້ວ 100%.