ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງຜົ້ງສາລີ ດຳເນີນກອງປະຊຸມສະຫຼຸບຖອດຖອນບົດຮຽນ ປະຈຳປີ 2016

     ວັນທີ 26-27 ທັນວາ 2016 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ດໍາເນີນກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານ
ປະຈໍາປີ 2016 ແລະທິດທາງແຜນການປີ 2017 ພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ທອງເສັດ ແສນວົງ ຮອງເລຂາພັກແຂວງ, ຮອງປະ
ທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມຂອງ
ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ເຂົ້າຮ່ວມກອງປະຊຸມມີບັນດາສະຫາຍຄະນະພັກ-ຄະນະກອງບັນ
ຊາການ, ຄະນະຫ້ອງ ຄະນະພະແນກ, ຄະນະອໍານວຍການໂຮງຮຽນ-ໂຮງໝໍ, ຄະນະກອງບັນຊາການທະຫານເມືອງ 7 ເມືອງ, 6 ກອງຮ້ອຍເອກະລາດ ແລະ6
ກອງຮ້ອຍທະຫານປ້ອງກັນຊາຍແດນເຂົ້າຮ່ວມ.

                                
                       

     ໃນກອງປະຊຸມພາຍຫຼັງຄະນະຈັດຕັ້ງສະເໜີຈຸດປະສົງ ແລະປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ສະຫາຍ ພັນໂທ ຊຽງເພັງ
ບົວລະວົງ ຄະນະພັກ, ຫົວໜ້າຫ້ອງການກອງບັນຊາການທະຫານແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບເພື່ອຕີລາຄາຄືນໝາກຜົນຂອງການຈັດຕັ້ງປະຕິບັດຂົງເຂດ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິແຜນການຂອງຄະນະພັກ-ຄະນະກອງບັນຊາການທະຫານ
ແຂວງໄດ້ວາງອອກຕະຫຼອດໄລຍະ 1 ປີທີ່ຜ່ານມາ ແລະກໍານົດທິດທາງແຜນການໃນຊຸມປີຕໍ່ໜ້າ ເພື່ອສືບຕໍ່ປັບປຸງກໍ່ສ້າງກົມກອງ ກໍຄືໜ້າທີ່ການລົງກໍ່ສ້າງ
ຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ແລະ4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດໃຫ້ປາກົດຜົນເປັນຈິງ.

     ຕອນທ້າຍກອງປະຊຸມໄດ້ເປັນກຽດຮັບຟັງການໂອ້ລົມຂອງ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ
ຕໍ່ຜົນສໍາເລັດໃນການເຄື່ອນໄຫວເຮັດໜ້າທີ່ຂອງທະຫານແຂວງຜົ້ງສາລີໃນປີຜ່ານມາ ແລະຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້. ສະຫາຍເນັ້ນ
ວ່າ: ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດແມ່ນໜ້າທີ່ຂອງທຸກຄົນ ໂດຍສະເພາະແມ່ນບຸກທະລຸ 4 ດ້ານຢ່າງແຂງແຮງຕໍ່ເນື່ອງ ເພື່ອ
ສ້າງພື້ນຖານໃຫ້ແກ່ການພັດທະນາປະເທດຊາດຕາມທິດຍືນຍົງ, ສືບຕໍ່ຕ້ານ ແລະສະກັດກັ້ນບັນຫາຢາເສບຕິດ ແລະການຫັນປ່ຽນໂດຍສັນຕິຂອງອິດທິກໍາ
ລັງປໍລະປັກຂອງພວກກຸ່ມຄົນບໍ່ດີ, ຫວັງທໍາລາຍລະບອບໃໝ່ຂອງພວກເຮົາ, ໂດຍສະເພາະໃຫ້ເອົາໃຈໃສ່ບັນດາກົມກອງທີ່ຢູ່ລຽບຕາມຊາຍແດນຕ່າງໆ,
ສຶກສາອົບຮົມພະນັກງານ-ນັກຮົບດ້ານການເມືອງນໍາພາແນວຄິດໃຫ້ດີ ແລະນໍາເອົາເນື້ອໃນຈິດໃຈບົດຮຽນທີ່ຖອດຖອນໄດ້ໃນກອງປະຊຸມຄັ້ງນີ້ ໄປຈັດ
ຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງ, ສືບຕໍ່ພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ, ຍົກລະດັບຄວາມຮູ້ຄວາມສາມາດດ້ານສິລະປະຍຸດ-ຍຸດທະ
ວິທີສູ້ຮົບ ແລະວິຊາສະເພາະຂອງພະນັກງານ-ນັກຮົບໃຫ້ດີຂຶ້ນກວ່າເກົ່າ, ຊຸກຍູ້ ແລະເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ແລະຍູ້ແຮງຂະບວນ
ການດ້ານຕ່າງໆໃຫ້ແຂງແຮງ ແລະຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ, ຮັດແໜ້ນຄວາມສາມັກຄີພາຍໃນ
ແລະພາຍນອກໃຫ້ແໜ້ນແຟ້ນ, ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ, ພ້ອມທັງອອກແຮງແຂ່ງຂັນສ້າງຜົນງານດ້ານຕ່າງໆເພື່ອຕ້ອນຮັບວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ທີ່ຈະມາເຖິງໃຫ້ມີຂະບວນການຢ່າງຟົດຟື້ນ.