ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມລົດຕັງ-ຍານເກາະອວຍພອນປີໃໝ່

     ຄະນະພັກ-ຄະນະບັນຊາບັນດາກົມກອງເຫຼົ່າຮົບລົດຕັງ-ຍານເກາະ, ກອງພົນທີ 1, ກອງພັນໃຫຍ່ 279, ສູນຝຶກ 620 ແລະ ວິທະຍາຄານປ້ອງກັນຊາດ
ໄກສອນ ພົມວິຫານ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ທ່ານ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຄະນະປະຈຳພັກກົມໃຫຍ່ເສນາທິການກອງທັບ
ຫົວໜ້າກົມລົດຕັງ-ຍານເກາະ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2016 ຕ້ອນຮັບປີໃໝ່ ຄສ 2017 ໃນວັນທີ 30 ທັນວາ 2016.

                                
                                      ກົມລົດຕັງ-ຍານເກາະເຂົ້າອວຍພອນ ທ່ານພົນຈັດຕະວາບົວວັນບຸດທະຈັນໂທ

     ພັນໂທ ທອງສາ ອິນທິລາດ ຮອງຫົວໜ້າສູນຝຶກ 620 ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊານາຍ ແລະພົນທະຫານທຸກທົ່ວໜ້າໃນກົມລົດຕັງ-ຍານ
ເກາະ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະຂອບອົກຂອບ ໃຈຢ່າງເລິກເຊິງຕໍ່ການເອົາໃຈໃສ່ຢ່າງຈົດຈໍ່ໃນການຊີ້ນຳ-ນຳພາສຶກສາອົບຮົມກໍ່ສ້າງພະນັກງານ
ນັກຮົບໃນກົມລົດຕັງ-ຍານເກາະໃຫ້ມີຄວາມກ້າວໜ້າ ແລະສາມາດເຮັດລ້ອນໜ້າທີ່ໄດ້ຮັບມອບໝາຍຢ່າງສົມກຽດ.

     ທ່ານ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການນຳບັນດາກົມກອງເຫຼົ່າຮົບລົດຕັງ-ຍານເກາະທີ່ເຂົ້າອວຍ
ພອນໃນຄັ້ງນີ້ ເຊິ່ງຜ່ານມາບັນດາກົມກອງເຫຼົ່າຮົບທີ່ຂຶ້ນກັບກົມລົດຕັງ-ຍານເກາະຂອງພວກເຮົາສາມາດຮັກສາໄດ້ເຊິ່ງບົດບາດ ແລະມູນເຊື້ອອັນດີງາມຂອງ
ກົມກອງ ກໍຄືກອງ ທັບປະຊາຊົນລາວ ປະຕິບັດທຸກສິ່ງທຸກຢ່າງເພື່ອພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເວລາໃດກໍເອົາໃຈໃສ່ປະຕິ
ບັດໜ້າທີ່ ທີ່ໄດ້ຮັບມອບໝາຍສຳເລັດຜົນຢ່າງສົມກຽດ.