ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

        ກະຊວງປ້ອງກັນປະເທດສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈຳປີ 2016

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2016 ແລະວາງທິດທາງແຜນ ການປີ 2017 ຂອງກະຊວງປ້ອງກັນປະເທດ
ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 22 ທັນວາ 2016 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະ
ໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເຊິ່ງມີຄະນະພັກ-ຄະນະນໍາກະຊວງ ປ້ອງກັນປະເທດ,
ບັນດາກົມໃຫຍ່, ຫ້ອງວ່າການ ແລະຕົວແທນຄະນະພັກ-ຄະນະບັນຊາຈາກບັນດາອົງການອ້ອມຂ້າງກະຊວງ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ
ຫົວໜ່ວຍທຸລະກິດທົ່ວກອງທັບເຂົ້າຮ່ວມ.

                                
                                                                        ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານສະຫຼຸບຖອດຖອນບົດຮຽນປ້ອງກັນຊາດປະຈຳປີ 2016

     ກອງປະຊຸມໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດໃນປີຜ່ານມາ ໂດຍສະເພາະແມ່ນ 4 ແຜນງານໃຫຍ່ 26 ໂຄງການ
ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນ ເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າຕາມທິດຫັນເປັນ
ແບບແຜນທັນສະໄໝ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະວຽກງານຈຸດສຸມຂອງກະຊວງປ້ອງກັນປະເທດໃນໄລຍະ
ຜ່ານມາ ເຊິ່ງສັງຮວມແລ້ວເຫັນວ່າສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ, ໃນນີ້ອັນພົ້ນເດັ່ນແມ່ນການຮັບປະກັນຄວາມສະຫງົບປອດໄພແກ່
ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 61 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 41 ປີ, ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກອງປະຊຸມ
ລະດັບສາກົນ ແລະກອງປະຊຸມປິ່ນອ້ອມອື່ນໆ ໄດ້ມີຜົນສໍາເລັດຢ່າງຈົບງາມເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ
ພາກພື້ນ ໂດຍສະເພາະແມ່ນກອງທັບເຮົາໄດ້ເປັນກໍາລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະກອງປະຊຸມສໍາຄັນດັ່ງກ່າວມີຄວາມສະຫງົບປອດໄພ
100% ສ້າງໄດ້ຄວາມເຊື່ອໝັ້ນ, ໄວ້ວາງໃຈຈາກການນໍາພັກ-ລັດ ກໍຄືປະຊາຊົນບັນດາເຜົ່າຕໍ່ກອງທັບເຮົາ, ພ້ອມນີ້ ກອງປະຊຸມຍັງໄດ້ຄົ້ນຄວ້າເປັນເອກະ
ພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2017, ບົນພື້ນ ຖານຍົກສູງໄດ້ຈິດໃຈເປັນເຈົ້າຕົນເອງ, ເສີມຂະຫຍາຍປະຊາທິປະໄຕກວ້າງຂວາງ
ແລະມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການໃຫ້ຖືກຕ້ອງ-ພາວະວິໄສ, ເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະບັນຫາທີ່ຄົງຄ້າງ ເພື່ອ
ຮັບປະກັນໃຫ້ແກ່ການກໍານົດທິດທາງວຽກງານຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບເຮົາ. ພ້ອມນີ້ກອງປະຊຸມຍັງໄດ້
ຮັບຟັງການປະກອບຄຳຄິດຄຳເຫັນຈາກຜູ້ແທນທີ່ເຂົ້າຮ່ວມຢ່າງກົງໄປກົງມາ ແລະແທດເໝາະກັບຄວາມເປັນຈິງ ເພື່ອເຮັດໃຫ້ບົດສະຫຼຸບ ແລະທິດທາງແຜນ
ການ, ວຽກງານຈຸດສຸມທີ່ກອງປະຊຸມກຳນົດອອກມີເນື້ອໃນເລິກເຊິງ. ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະອັດລົງ.