ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 605 ຕີລາຄາຜົນສຳເລັດການເຝິກອົບຮົມຫັດແອບ ປະຈຳປີ 2016

     ໃນຕອນເຊົ້າຂອງວັນທີ 28 ທັນວາ 2016 ນີ້, ກອງພັນໃຫຍ່ 605 ໄດ້ເປີດກອງປະຊຸມສະຫຼຸບຕີລາ ຄາຜົນສຳເລັດກ່ຽວກັບການເຝິກອົບຮົມຫັດ ແອບປະຈຳປີ 2016 ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນກົມໃຫຍ່ເສນາທິການກອງທັບ.

                                
                                                ພົນຈັດຕະວາ ວົງແກ້ວ ວົງພິລາ ໄດ້ເຂົ້າຮ່ວມເຝິກອົບຮົມຫັດແອບປະຈຳປີ 2016

     ພັນໂທ ອຸ່ນເຮືອນ ພຸດທະວົງ ຫົວໜ້າຂະແໜງອົບຮົມກອງພັນໃຫຍ່ 605 ໄດ້ຂຶ້ນຜ່ານບົດສະຫຼຸບກ່ຽວກັບການອົບຮົມຫັດແອບປະຈຳປີ 2016 ເຊິ່ງ ໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານອົບຮົມຫັດແອບໃນໄລຍະປີຜ່ານມາ. ສາມາດຕີລາຄາໄດ້ວ່າ: ວຽກງານການເມືອງ
ປະຕິບັດໄດ້ 85%, ດ້ານການທະຫານຍິງລູກປືນແທ້ປະຕິບັດໄດ້ 70% ຂອງແຜນການ. ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປ
ກົງມາ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ແນໃສ່ເຮັດໃຫ້ວຽກງານອົບຮົມຫັດແອບໃນປີຕໍ່ໜ້າມີປະສິດທິຜົນດີຂຶ້ນກວ່າເກົ່າ.

     ຈາກນັ້ນ, ກອງປະຊຸມຍັງໄດ້ມີພິທີປະດັບຫຼຽນໄຊ, ຫຼຽນກາໃຫ້ກົມກອງລວມໝູ່ ແລະບຸກຄົນທີ່ດີ ເດັ່ນປະກອບສ່ວນໃນໄລຍະເລືອກຕັ້ງສະມາຊິກສະ
ພາແຫ່ງຊາດ ຊຸດທີ VIII. ໃນນັ້ນ, ມີຫຼຽນໄຊແຮງງານຊັ້ນ II ມີ 11 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III 24 ໜ່ວຍ ແລະ ຫຼຽນກາແຮງງານ 17 ໜ່ວຍ, ໂດຍ
ເປັນກຽດປະດັບຂອງ ທ່ານ ພົນຈັດຕະວາ ວົງແກ້ວ ວົງພິລາ.

ໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານຫົວໜ້າກົມປືນໃຫຍ່ໜ້າດິນ ໄດ້ກ່າວໂອ້ລົມ, ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດວຽກງານອົບຮົມຫັດແອບຂອງກົມກອງທີ່ຍາດມາໄດ້, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານ-ນັກຮົບທຸກຄົນ ຈົ່ງຍົກສູງວຽກງານອົບຮົມຫັດແອບເປັນວຽກງານໜຶ່ງທີ່ສຳຄັນຂາດບໍ່ໄດ້ຂອງກອງທັບເຮົາ, ພ້ອມທັງເອົາໃຈໃສ່ປົກປັກຮັກສາຄຸ້ມຄອງພາຫະນະເຕັກນິກໃຫ້ດີ, ຖືວ່າເປັນໜ້າທີ່ຂອງໝົດທຸກຄົນມີໜ້າທີ່ເຂົ້າຮ່ວມການອົບຮົມ-ຫັດແອບຢ່າງຕັ້ງໜ້າ, ທັງນີ້ກໍເພື່ອເປັນການປັບປຸງກໍ່ສ້າງພະນັກງານ-ນັກຮົບໃຫ້ມີຄວາມສາມາດໃນການສູ້ຮົບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ.