ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການກຳມະບານ ແລະ ຫ້ອງການສະຫະພັນແມ່ຍິງກອງທັບເຂົ້າອວຍພອນ
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ແລະ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ

     ພັນເອກ ບົວຄຳ ຄູນມີສຸກ ຫົວໜ້າຫ້ອງການກຳມະການ ແລະພັນໂທ ນາງ ຄຳພູ ສິດທິເສນ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍ
ຄະນະ ໃນນາມອົງການຈັດຕັ້ງມະຫາຊົນຂອງພັກໃນກອງທັບ ໄດ້ນຳເອົາກະຕ່າດອກໄມ້ ແລະກະຕ່າຂອງຂວັນເຂົ້າອວຍພອນ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໃນວັນທີ 28 ທັນວານີ້, ຢູ່ທີ່ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ
ວັນປີໃໝ່ສາກົນປີ 2017.

                                
                       

     ໂອກາດນີ້ທັງສອງຄະນະກໍໄດ້ມີຄຳອວຍພອນອັນປະເສີດຕໍ່ທ່ານລັດຖະມົນຕີ ແລະຮອງລັດຖະມົນຕີ ພ້ອມດ້ວຍຄອບຄົວຂອງທ່ານ ຈົ່ງມີສຸຂະພາບ
ເຂັ້ມແຂງ, ປັດສະຈາກໂລກໄພນາໆປະການ ແລະກໍ່ສ້າງກອງທັບ ປະຊາຊົນລາວກາຍເປັນກອງທັບປະຕິວັດ, ມີແບບແຜນທັນສະໄໝເປັນກ້າວໆ ແລະຍາດ
ໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.

                   

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ແລະທ່ານ ພົນຕີ ວິໄລ ຫລ້າຄຳຟອງ ໄດ້ກ່າວຄວາມຂອບໃຈຕໍ່ສອງຄະນະທີ່ມາອວຍພອນ ພ້ອມທັງອວຍ
ພອນຄືນໃຫ້ບັນດາຄະນະທີ່ມາອວຍພອນຕະຫຼອດຮອດພະນັກງານ-ນັກຮົບ ຈົ່ງມີແຕ່ສຸຂະພາບເຂັ້ມແຂງ ພ້ອມກັນສືບຕໍ່ໍຊີ້ນຳ-ນຳພາອົງການຂອງຕົນເຮັດ
ສຳເລັດໜ້າທີ່ການ ເມືອງທີ່ພັກ-ລັດຄືຂັ້ນເທິງມອບໝາຍໃຫ້ດ້ວຍຜົນສຳເລັດຢ່າງຈົບງາມ.