ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນ
ທ່ານ ຈູມມາລີ ໄຊຍະສອນ ເນື່ອງໃນໂອກາດປີໃໝ່ສາກົນ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳກະຊວງ
ໄດ້ນຳເອົາກະຕ່າຂອງຂວັນ ແລະກະຕ່າດອກໄມ້ ເຂົ້າອວຍພອນທ່ານ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ
ລາວ ອະດີດປະທານປະເທດແຫ່ງ ສປປ ລາວ ເນື່ອງໃນໂອກາດປີໃໝ່ສາກົນທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.

                                
                  

     ໃນໂອກາດນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ຜົນງານ, ຄຸນງາມຄວາມດີ, ຄວາມເປັນແບບ
ຢ່າງນຳໜ້າພາຍໃຕ້ການນຳພາທີ່ປີຊາສາມາດ, ສະຫຼາດສ່ອງໃສ ຂອງພັກ ອັນມີທ່ານ ຈູມມາລີ ໄຊຍະສອນ ເປັນຫົວໜ້າໃນໄລຍະຜ່ານມາ, ພວກເຮົາຈຶ່ງ
ເຮັດສຳເລັດໜ້າທີ່ອັນສູງສົ່ງຂອງຕົນໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ, ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງຂຶ້ນ ເປັນລຳດັບ. ທ່ານ ພົນ
ໂທ ຈັນສະໝອນ ຈັນຍາລາດ ໄດ້ຖືເອົາໂອກາດນີ້ກ່າວອວຍພອນໄຊອັນປະເສີດແດ່ ທ່ານ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ພັກ ປະຊາຊົນ
ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະຄອບຄົວ ສືບຕໍ່ເບິ່ງແຍງຕິດຕາມ ພ້ອມ
ທັງໃຫ້ທິດຊີ້ນຳກອງທັບປະຊາຊົນລາວຕະຫຼອດມາ.

     ໂອກາດດັ່ງກ່າວ ທ່ານ ຈູມມາລີ ໄຊຍະສອນ ໄດ້ມີຄຳເຫັນໃຫ້ທິດຊີ້ນຳແກ່ຄະນະນຳກະຊວງປ້ອງກັນປະເທດ ໂດຍເນັ້ນໜັກໃຫ້ຄະນະພັກ-ການນຳແຕ່
ລະຂັ້ນໃນຖັນແຖວກຳລັງປະກອບອາວຸດ ຈົ່ງພ້ອມກັນຮັກສາຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ຕາມລະບອບປະຊາທິປະໄຕປະຊາຊົນ ເຮັດວຽກ
ລວມສູນປະຊາທິ ປະໄຕເປັນຄະນະ, ຕີຖອຍບັນດາປາກົດການຫຍໍ້ທໍ້ໃນຖັນແຖວກອງທັບ, ເອົາໃຈໃສ່ປັບປຸງກໍ່ສ້າງບັນດາກົມກອງຢູ່ຮາກຖານໃຫ້ເຂັ້ມແຂງ,
ຕິດພັນກັບການກໍ່ສ້າງກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານເຮັດໄດ້ແນວນັ້ນຈຶ່ງສາມາດຕີຖອຍໄດ້ບັນດາໜໍ່ແໜງກໍ່ຄວາມບໍ່ສະຫງົບ
ໃນທ້ອງຖິ່ນ.

     ໃນໂອກາດປີໃໝ່ສາກົນປີນີ້ ທ່ານຍັງໄດ້ຝາກຄວາມອວຍພອນໄຊອັນປະເສີດຕໍ່ຄະນະນຳກະຊວງປ້ອງກັນປະເທດ, ນາຍ ແລະພົນທະຫານທຸກຄົນໃນ
ກອງທັບ ຈົ່ງພ້ອມກັນຍົກສູງຄວາມເປັນແບບຢ່າງນຳໜ້າໃຫ້ຄົນຮຸ່ນໜຸ່ມໄດ້ຍຶດຖືເອົາບັນດາບົດຮຽນໃນການປະພຶດປະຕິບັດພາລະກິດປົກປັກຮັກສາ ແລະ
ສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າ, ຮັກສາລະບອບໃໝ່ນີ້ໄວ້ໃຫ້ໝັ້ນຄົງຍືນຍົງຕະຫຼອດໄປ.