ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 703 ປາຖະກະຖາວັນຊາດທີ 2 ທັນວາ ແລະ
ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

     ໃນຕອນເຊົ້າຂອງວັນທີ 15 ທັນວາ 2016 ຜ່ານມານີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 41 ປີ
ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດປາຖະກະຖາຂອງ ສະຫາຍ ພັນເອກ ສູນທອນ
ພົມມະເສນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 703, ມີຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ.

                                
                    ພັນເອກ ສູນທອນ ພົມມະເສນ ເປັນປະທານປາຖະກະຖາ ມູນເຊື້ອວັນຊາດທີ 2 ທັນວາ ແລະວັນຄ້າຍວັນເກີດປະທານໄກສອນພົມວິຫານ

     ການປາຖະກະຖາ 2 ວັນປະຫວັດສາດນີ້ ໂດຍຍົກໃຫ້ເຫັນເຖິງຊີວິດການເຄື່ອນໄຫວປະຕິວັດຜົນງານ, ຄຸນງາມຄວາມດີ, ຄຸນສົມບັດ-ສິນທຳປະຕິວັດ
ແບບແຜນດຳລົງຊີວິດ, ແບບແຜນວິທີເຮັດວຽກ ແລະບົດຮຽນນຳພາອັນສະຫຼາດສ່ອງໃສຂອງປະທານ ໄກສອນ ພົມວິຫານ ແລະຍົກໃຫ້ເຫັນເຖິງມູນເຊື້ອ,
ຄວາມໝາຍ-ຄວາມສຳຄັນຂອງວັນສະຖາປະນາ ສປປ ລາວ ຄົບຮອບ 41 ປີ, ຍົກໃຫ້ເຫັນຜົນສຳເລັດໃນການປົກປັກຮັກສາເອກະລາດ, ອະທິປະໄຕ ແລະ
ຮັກສາລະບອບໃໝ່ໄວ້ໃຫ້ໝັ້ນຄົງປະເທດຊາດມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມໄດ້ຮັບການຂະຫຍາຍຕົວ
ຢ່າງຕໍ່ເນື່ອງ.