ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີວາງສີລາລຶກໂຄງການກໍ່ສ້າງສະໝາມຍິງປືນ ກອງທັບບົກອາຊຽນຂອງກອງທັບປະຊາຊົນລາວ

     ໃນວັນທີ 26 ພະຈິກ 2016 ນີ້, ຢູ່ທີ່ສະໝາມກີລາຍິງປືນກອງທັບບົກອາຊຽນຫຼັກ 27 ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງສະໝາມຍິງປືນກອງ
ທັບບົກອາຊຽນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ
ມີພັນເອກ ພິເສດ ຖຽນຈົງຫຼຽນ ຫົວໜ້າການເມືອງກອງບັນຊາການກໍ່ສ້າງກິດຈະກຳການທະຫານຢູ່ຕ່າງປະເທດຫ້ອງວ່າການພະລາທິການ, ຄະນະກຳມະ
ການທະຫານສູນກາງແຫ່ງ ສປ ຈີນ, ມີບັນດາສະຫາຍຜູ້ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງຕະຫຼອດຮອດພະນັກງານ-ນັກຮົບ ພ້ອມທັງທູດ
ທະຫານຕ່າງປະເທດປະຈຳລາວເຂົ້າຮ່ວມ.

                                
                       ພົນຈັດຕະວາ ສິງສະຫວັດ ພົມມະສັກ ເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງສະໝາມຍິງປືນກອງທັບບົກອາຊຽນຂອງກອງທັບປະຊາຊົນລາວ

     ໃນພິທີ ທ່ານ ເສີງຕ້າຊິ້ງ ຮອງຜູ້ບໍລິຫານບໍລິສັດເສດຖະກິດກໍ່ສ້າງພື້ນຖານໂຄງລ່າງຂອງບໍລິສັດຫຸ້ນສ່ວນຈຳກັດ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະໜາມ
ແຂ່ງຂັນກີລາຍິງປືນອາວຸດເບົາໃຫ້ກອງທັບປະຊາຊົນລາວ ແບ່ງອອກເປັນສອງພາກສ່ວນຄື: ເຂດແຂ່ງຂັນ ແລະເຂດດຳລົງຊີວິດ, ກວມເອົາເນື້ອທີ່ທັງໝົດ
861.600 ຕາແມັດ, ເນື້ອທີ່ການກໍ່ສ້າງທັງໝົດປະມານ 19.882 ຕາແມັດ, ໃນນັ້ນເຂດແຂ່ງຂັນກວມເອົາເນື້ອທີ່ປະມານ 75%, ເຂດດຳລົງຊີວິດກວມ
ເອົາປະມານ 25%, ໄລຍະເວລາການດຳເນີນໂຄງການແມ່ນໃຊ້ເວລາ 2 ປີໃຫ້ສຳເລັດ, ເຊິ່ງໃຊ້ມູນຄ່າໃນການກໍ່ສ້າງໃນຄັັ້ງນີ້ຈຳນວນ 100.800.000
ຢວນ (ສະກຸນເງິນຈີນ).

     ໂອກາດນີ້, ພັນເອກ ພິເສດ ຖຽນຈົງຫຼຽນ ໄດ້ກ່າວວ່າ: ໂຄງການຊ່ວຍເຫຼືອກໍ່ສ້າງສະໜາມກີລາຍິງປືນອາວຸດເບົາໃຫ້ກັບກອງທັບປະຊາຊົນລາວ ຈາກ
ກອງທັບປົດປ່ອຍປະຊາຊົນຈີນຈະໄດ້ເລີ່ມຕົ້ນກໍ່ສ້າງຢ່າງເປັັນທາງການ, ການກໍ່ສ້າງຕ້ອງໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ສະໜາມກີລາຍິງປືນແຫ່ງນີ້
ແມ່ນສະໜາມຍິງປືນອາວຸດເບົາທີ່ກອງທັບປະຊາຊົນລາວຈະໃຊ້ໃນການແຂ່ງຂັນຍິງປືນອາວຸດເບົາຂອງ 10 ປະເທດອາຊຽນ ພ້ອມທັງເປັນສະຖານທີ່ຫັດ
ແອບຍົກສູງລະດັບຄຸນນະພາບການທະຫານໃຫ້ກອງທັບປະຊາຊົນລາວ.

     ໂອກາດນີ້ ພົນຈັດຕະວາ ສິງສະຫວັນ ພົມມະສັກ ແລະພັນເອກ ພິເສດ ຖຽນຈົງ ຫຼຽນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງໃຫ້ກຽດຕັດແຜ່ນຜ້າ ແລະ
ເປີດໂຄງການກໍ່ສ້າງສະໜາມກີລາຍິງປືນກອງທັບບົກອາ ຊຽນກອງທັບປະຊາຊົນລາວຢ່າງເປັນທາງການ.