ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດເຂົ້າອວຍພອນ
ທ່ານ ບຸນຍັງ ວໍລະຈິດ ເນື່ອງໃນໂອກາດປີໃໝ່ສາກົນ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍການນໍາກະຊວງໄດ້
ນໍາເອົາກະຕ່າດອກໄມ້ ແລະກະຕ່າຂອງຂວັນເຂົ້າອວຍພອນ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ
ລາວ, ປະທານປະ ເທດ ແຫ່ງ ສປປ ລາວ ໃນວັນທີ 27 ທັນວານີ້, ຢູ່ທີ່ຫ້ອງວ່າການສູນກາງພັກ, ເນື່ອງໃນໂອກາດວັນປີໃໝ່ສາ ກົນທີ່ຈະມາເຖິງ.

                                
                        

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ຕາງໜ້າໃຫ້ນາຍ ແລະພົນທະຫານໃນກອງທັບປະຊາຊົນລາວ ໄດ້ກ່າວ
ຄໍາອວຍພອນບາງຕອນວ່າ: ໃນໂອກາດປີໃໝ່ສາກົນຂ້າພະເຈົ້າຂໍນໍາເອົານໍ້າຈິດນໍາໃຈຄວາມສາມັກຄີຮັກແພງ ແລະຄວາມນັບຖືຢ່າງສູງມາຍັງສະຫາຍເລຂາ
ທິ ການໃຫຍ່ ຂໍສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິງຕໍ່ການເອົາໃຈໃສ່ຢ່າງຈົດຈໍ່ໃນການຊີ້ນໍາ-ນໍາພາສຶກສາອົບຮົມກໍ່ສ້າງກອງທັບປະຊາຊົນລາວ
ເຮົາຕະຫລອດມາ ເຊິ່ງໄລຍະຜ່ານມາກອງທັບປະຊາຊົນລາວພວກເຮົາກໍສາມາດເຮັດລ້ອນໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້, ໂອກາດນີ້ຕາງໜ້າການນໍາກະຊວງ
ປ້ອງກັນປະເທດຂໍອວຍ ພອນໄຊອັນປະເສີດໃຫ້ປະທານປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ, ສຶບຕໍ່ຊີ້ນໍາ-ນໍາພາສຶກສາອົບຮົມກອງທັບ
ປະຊາຊົນກ້າວຂື້ນຢ່າງບໍ່ຍຸດຢັ້ງ.

     ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການນໍາກະຊວງປ້ອງກັນປະເທດທີ່ມາອວຍພອນໃນຄັ້ງນີ້ ເຊິ່ງຜ່ານມາກອງທັບປະ
ຊາຊົນລາວເຮົາກໍຮັກສາໄດ້ບົດບາດຮັກສາມູນເຊື້ອອັນດີງາມຂອງກອງທັບປະຕິວັດ ເຮັດທຸກສິ່ງທຸກຢ່າງເພື່ອພາລະກິດປົກປັກຮັກສາ ແລະສ້າງສາພັດທະນາ
ປະເທດຊາດ ຍາມໃດກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ທີ່ປະຊາຊົນມອບໝາຍໃຫ້ຢ່າງສົມກຽດ, ພ້ອມດຽວກັນນີ້ທ່ານປະທານປະເທດຍັງໄດ້ກ່າວອວຍພອນ
ຄືນໃຫ້ຄະນະນໍາກະຊວງປ້ອງກັນປະເທດ, ນາຍ ແລະພົນທະຫານທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງມີຜົນສໍາເລັດໃນໜ້າທີ່ສືບຕໍ່ຊີ້ນໍາ-ນໍາພາກອງທັບ
ໃຫ້ເຂັ້ມແຂງທັນສະໄໝເຮັດສຳເລັດໜ້າທີ່ວຽກງານປ້ອງກັນຊາດອັນມີກຽດຂອງຕົນ ສົມກັບຄວາມໄວ້ເນື້ອວາງໃຈຈາກພັກລັດ ແລະປະຊາຊົນລາວທົ່ວ
ປະເທດ.