ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານນະຄອນຫຼວງວຽງຈັນສຳເລັດການອົບຮົມ-ຫັດແອບປະຈຳປີ 2016

     ບັ້ນອົບຮົມ-ຫັດແອບການເມືອງ, ການທະຫານ ແລະພະລາທິການ-ເຕັກນິກ ປະຈຳປີ 2016 ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ສຳ
ເລັດລົງໃນລະຫວ່າງກາງເດືອນທັນວາ 2016 ຜ່ານມານີ້, ໂດຍເປັນກຽດເຂົ້າຮ່ວມຂອງ ພັນເອກ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການ
ທະຫານນະຄອນຫຼວງວຽງຈັນ, ມີພັນເອກ ບຸນເຕົ້າ ທອງມະນີລາ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະບັນຊາພາຍໃນ
ກົມກອງ, ພະນັກງານຈາກອົງການ 5 ຫ້ອງ ແລະກົມກອງອ້ອມຂ້າງທີ່ຂຶ້ນກັບເຂົ້າຮ່ວມ.

                                

     ໃນໂອກາດນີ້ ພັນໂທ ໂອໄທ ພັນນະພາ ຮອງຫົວໜ້າຫ້ອງເສນາທິການທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບຍົກໃຫ້ເຫັນໝາກຜົນ
ໃນບັ້ນຫັດແອບໄລຍະຜ່ານມາກ່ຽວກັບການອົບຮົມຫັດແອບເສີມຂະຫຍາຍຄວາມຮູ້ຄວາມສາມາດ ແລະຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງ
ຕົນ ແລະເຮັດໃຫ້ພະນັກງານ-ນັກຮົບໃນກົມກອງເຂົ້າໃຈແຈ້ງ ພ້ອມທັງກຳແໜ້ນໄດ້ທາງດ້ານທິດສະດີ-ຫຼັກການໃນການກະທຳຕົວຈິງ ພ້ອມກັນນັ້ນກໍໄດ້
ຕັ້ງໜ້າປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກຢ່າງເຂັ້ມງວດ, ສູ້ຊົນຜ່ານຜ່າເຮັດສຳເລັດທຸກໜ້າທີ່ຕາມການມອບໝາຍ. ເຊິ່ງ
ສາມາດຕີລາຄາໄດ້ເຊັ່ນ: ພາກການເມືອງ ໄດ້ 88,55 %, ພາກການທະຫານ 80,72 %, ພາກພະລາທິການ-ເຕັກນິກ 85,13 % ສະເລ່ຍຜົນໄດ້ຮັບທັງ
ໝົດ 84,80%.

     ໂອກາດນີ້ ພັນເອກ ສີ ທະວີໄຊ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍໄດ້ຮຽກຮ້ອງໃຫ້ບັນດາສະຫາຍພະນັກງານ-ນັກ
ຮົບທຸກຂັ້ນ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ປັບປຸງທາງດ້ານການເມືອງ-ແນວຄິດ, ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີ
ຄວາມສາມັກຄີເປັນເອກະພາບ ແລະອຸ່ນອຽນທຸ່ນທ່ຽງ ພ້ອມກັນຫ້າວຫັນເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ປັບປຸງກໍ່ສ້າງກົມ
ກອງໃຫ້ມີລະບຽບວິໄນເຂັ້ມງວດປະຕິບັດຕາມຄຳຂວັນທີ່ວ່າ: ລະບຽບແມ່ນຄວາມເຂັ້ມແຂງຂອງກອງທັບ, ໝາຍວ່າບ່ອນໃດກົມກອງໃດມີລະບຽບວິ
ໄນເຂັ້ມງວດບ່ອນນັ້ນກົມກອງນັ້ນກໍມີຄວາມເຂັ້ມແຂງ, ເອົາໃຈໃສ່ປະຕິບັດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບເຂົ້າໃນຊີວິດປະຈຳວັນໃຫ້ເປັນ
ຮູບປະທຳຕົວຈິງ, ໝູນໃຊ້ບັນດາທິດສະດີຫຼັກການ ແລະບົດຮຽນການອົບຮົມ-ຫັດແອບໃນປີຜ່ານມາເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ແທດເໝາະ ເຮັດ
ໃຫ້ ກົມກອງໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ.