ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດສຳເລັດກອງປະຊຸມສະຫຼຸບ
ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ປະຈຳປີ 2016

     ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ປະຈຳປີ 2016 ແລະວາງທິດທາງແຜນ ການປະຈຳປີ 2017 ໄດ້ໄຂຂຶ້ນໃນວັນທີ 22
ແລະສຳເລັດລົງດ້ວຍໝາກຜົນອັນຈົບງາມໃນຕອນບ່າຍຂອງວັນທີ 23 ທັນວາ 2016, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ພາຍໃຕ້ການເປັນ
ປະທານ ແລະກ່າວປິດຂອງ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໂດຍ
ການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ
ສປປ ລາວ ມີບັນດາສະຫາຍຮອງລັດຖະມົນຕີ, ຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, 4 ກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາວິທະຍາຄານ, ຫົວ
ໜ້າກົມ, ຮອງກົມ ພ້ອມດ້ວຍບັນດາສະຫາຍຄະນະພັກ-ຄະນະບັນຊາຈາກກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນເຂົ້າຮ່ວມ.

                                
                         ທ່ານ ບຸນຍັງ ວໍລະຈິດ ເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ປະຈຳປີ 2016

     ໃນການດຳເນີນກອງປະຊຸມ ສະຫາຍ ພົນຈັດຕະວາ ຄຳສີ ວົງຄຳຊາວ ຄະນະພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານ
ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈຳປີ 2016 ແລະທິດທາງແຜນການປະຈຳປີ 2017 ເຊິ່ງໃນປີ 2016 ຜ່ານມາພາຍໃຕ້ການຊີ້ນຳ
ນຳພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກທຸກຂັ້ນໄດ້ຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະວຽກງານຈຸດສຸມຂອງກະ
ຊວງປ້ອງກັນປະເທດ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ອັນພົ້ນເດັ່ນໂດຍສະເພາະແມ່ນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ການເລືອກຕັ້ງສະມາ
ຊິກສະພາແຫ່ງຊາດຊຸດທີ VIII, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະກອງປະຊຸມປິ່ນອ້ອມ
ອື່ນໆ ໄດ້ມີຜົນສຳເລັດຢ່າງຈົບງາມເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາໄດ້ພົ້ນເດັ່ນຂຶ້ນໃນເວທີສາກົນ ແລະພາກພື້ນ ໃນນັ້ນກອງທັບປະຊາຊົນ
ລາວໄດ້ເປັນກຳລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະກອງປະຊຸມສຳຄັນດັ່ງກ່າວມີຄວາມສະຫງົບປອດໄພ 100% ນີ້ສະແດງໃຫ້ເຫັນວ່າກອງ
ທັບປະຊາຊົນລາວເວລາໃດກໍ່ເປັນກຳລັງທີ່ຈົ່ງຮັກພັກດີຢ່າງສຸດຊຶ້ງຕໍ່ຜົນປະໂຫຍດລວມໃນພາລະກິດປະຕິວັດຂອງພັກ ເຮັດສຳເລັດໜ້າທີ່-ທີ່ພັກ-ລັດ ແລະ
ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້.

     ກອງປະຊຸມຄັ້ງນີ້ ຜູ້ແທນທີ່ມາຈາກກຳລັງຫຼວງ ແລະກຳລັງທ້ອງຖິ່ນ ໄດ້ພ້ອມກັນປະກອບຄຳເຫັນ, ສັງເກດ-ຕີລາຄາເຖິງຜົນງານທີ່ບັນດາກົມກອງຍາດ
ມາໄດ້ ກໍຄືການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດໃນໜຶ່ງປີຜ່ານມາ. ໃນທິດທາງແຜນການໃນປີ 2017 ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 4
ແຜນງານໃຫຍ່ 26 ໂຄງການທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຜ່ານການຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງມີປະຊາທິປະໄຕ ແລະມີຄວາມ
ຮັບຜິດຊອບສູງເປັນເອກະພາບໃນການຕີລາຄາສະພາບການຖືກຕ້ອງ-ພາວະວິໄສເຫັນໄດ້ບັນຫາດ້ານຕັ້ງໜ້າ ແລະດ້ານຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂ ເພື່ອ
ຮັບປະກັນໃຫ້ແກ່ການກຳນົດທິດທາງວຽກງານຈຸດສຸມໃນປີ 2017 ໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບ ບົນພື້ນຖານແມ່ນແນໃສ່
ຊຸກຍູ້ຂະບວນການຈັດຕັ້ງແນວທາງແຜນນະໂຍບາຍຂອງພັກ, ວຽກງານຈຸດສຸມຂອງກອງທັບ ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ,
ການປັບປຸງກໍ່ສ້າງກຳລັງ, ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການຊຸກຍູ້ການປະຕິບັດໜ້າທີ່ວຽກງານຮອບດ້ານຂອງກອງທັບ
ດ້ວຍນ້ຳໃຈບຸກທະລຸໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າກວ່າເກົ່າ ແລະເກີດມີໝາກຜົນຕົວຈິງ.

     ເນື່ອງໃນໂອກາດເປັນກຽດເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈຳປີ 2016 ແລະທິດທາງແຜນການປະຈຳປີ
2017 ສະຫາຍ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກອງທັບຍາດມາໄດ້ໃນໜຶ່ງປີຜ່ານ
ມາ ພ້ອມທັງຊີ້ນຳ ແລະເນັ້ນໜັກໃຫ້ຄະນະນຳກະຊວງປ້ອງກັນປະເທດ ແລະຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງເພີ່ມທະວີໃນການຈັດຕັ້ງປະຕິບັດຍຸດທະ
ສາດແນວທາງປ້ອງກັນຊາດຂອງພັກ ໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນ ແລະທັນສະໄໝ ສ້າງໃຫ້
ກອງທັບເປັນກຳລັງຫຼັກແຫຼ່ງໃນການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ເຮັດສຳເລັດທຸກໜ້າທີ່ທີ່ພັກ-ລັດປະຊາຊົນມອບໝາຍໃຫ້ ຮັບປະກັນເຮັດ ໃຫ້
ປະເທດຊາດມີຄວາມສະຫງົບ ແລະມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນສ້າງເງື່ອນໄຂ ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງ
ຄົມຂອງປະເທດຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ປະຊາຊົນບັນດາເຜົ່າຮູ້ທາງທຳມາຫາກິນພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.