ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພະນັກງານ-ນັກຮົບຢູ່ສາງ ອ 2 ສະໝັກໃຈບໍລິຈາກເລືອດເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ

    ທ້າຍເດືອນກໍລະກົດນີ້, ອົງການກາແດງລາວໄດ້ຈັດຕັ້ງພະນັກງານວິຊາການຂອງຕົນລົງໂຄສະນາປຸກລະດົມການບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະ
ນຸດດ້ວຍກັນຢູ່ກຸ່ມສາງ ອ 2 ໂດຍມີຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບໃນທົ່ວສາງດັ່ງກ່າວໃຫ້ຄວາມສົນໃຈເຂົ້າຮ່ວມ.

                                 
                                                                                           

     ໃນນີ້ໄດ້ມີ 18 ສະຫາຍມີເງື່ອນໄຂເພື່ອບໍລິຈາກເລືອດຕົວຈິງ ເຊິ່ງໄດ້ຮັບການຕີລາຄາສູງຈາກພະນັກງານຂອງອົງການກາແດງລາວທີ່ເຫັນວ່າປັດຈຸບັນ
ພະນັກງານ-ນັກຮົບໃນກົມກອງທະຫານເຮົາ ໄດ້ມີຄວາມຮັບຮູ້ເຂົ້າໃຈເຖິງຄວາມຫມາຍສຳຄັນຂອງການບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍ
ກັນທີ່ດ້ອຍໂອກາດ ເຊິ່ງເປັນການສ້າງບຸນກຸສົນທີ່ມີຜົນດີຕໍ່ຕົນເອງໃນອະນາຄົດຂ້າງຫນ້າ ແລະຊ່ວຍເຫຼືອເພື່ອນມະນຸດດ້ວຍກັນທີ່ນອນຢູ່ຕາມໂຮງຫມໍແຫ່ງ
ຕ່າງໆ ເຊິ່ງມີຈຳນວນເພີ່ມຂຶ້ນເປັນລຳດັບ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012