ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາວ-ກຳປູເຈຍ ຮ່ວມມືກັນແກ້ໄຂປາກົດກນຫຍໍ້ທໍ້ຕາມຊາຍແດນ

     ກອງປະຊຸມແລກປ່ຽນສະພາບເພື່ອແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມຊາຍແດນ ລາວ-ກຳປູເຈຍ, ກໍາປູເຈຍ-ລາວ ໃນລະຫວ່າງວັນທີ 28-30 ກໍ ລະກົດ 2016 ນີ້, ໂດຍການເປັນປະທານຮ່ວມຂອງສອງຝ່າຍ, ຝ່າຍລາວນໍາໂດຍ ທ່ານ ພັນໂທ ວັນທອງ ບຸດຕະວົງ ຫົວໜ້າການທະຫານກອງ “ກ 5”,ຝ່າຍ ກໍາປູເຈຍ ນໍາໂດຍ ທ່ານ ພົນເອກ ເຈຍມອນ ຮອງຫົວໜ້າກອງບັນຊາການທະຫານບົກ ຜູ້ບັນຊາການທະຫານພາກ 4 ຣາຊະອານາຈັກກໍາປູເຈຍ. ມີທູດທະ ຫານລາວປະຈໍາຣາຊະອານາຈັກກໍາປູເຈຍ, ຕາງໜ້າກົມພົວພັນຕ່າງປະເທດ, ກົມທະຫານຊາຍແດນກອງບັນຊາການທະຫານແຂວງຈໍາປາສັກ, ແຂວງອັດຕະປື ແລະ ກອງບັນຊາການທະຫານພາກ I, ພາກ IV ຣາຊະອານາຈັກກໍາປູເຈຍ.

                                 
                                                                                           

     ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງສະພາບການດ້ານຕ່າງໆທີ່ເກີດຂຶ້ນຢູ່ບໍລິເວນເຂດແດນຂອງສອງປະ ເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ໃຫ້
ກັນຊາບໂດຍສະເພາະແມ່ນບັນດາແຂວງເມືອງທີ່ມີເສັ້ນຊາຍແດນຕິດຈອດ ພ້ອມກັນນີ້ກໍຍັງໄດ້ຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດບົດບັນທຶກທີ່ທັງ
ສອງຝ່າຍໄດ້ລົງນາມຮ່ວມກັນ ໃນກອງປະຊຸມສາມັນຄັ້ງທີ 13 ວັນທີ 25 ເມສາ 2015 ທີ່ເມືອງປາກເຊ ເຊິ່ງເຫັນໄດ້ວ່າມີຄວາມຄືບໜ້າຫຼາຍຂຶ້ນບົນພື້ນ
ຖານແຫ່ງຄວາມສະເໝີພາບ ແລະມີຜົນປະໂຫຍດຮ່ວມກັນ ສາມາດແກ້ໄຂບັນຫາ ແລະເສີມຂະຫຍາຍ ຄວາມໝັ້ນຄົງຕາມຊາຍແດນຂອງສອງປະເທດ
ເຮັດໃຫ້ບໍລິເວນຊາຍແດນສ່ວນໃຫຍ່ແມ່ນມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ປະຊາຊົນສອງຊາດໄປມາຫາສູ່ດຳເນີນກິດຈະການທຳມາຫາກິນແລກ
ປ່ຽນຊື້ຂາຍຖືກຕ້ອງຕາມລະບຽບກົດໜາຍ. ແຕ່ເຫັນວ່າຍັງມີກຸ່ມຄົນທີ່ບໍ່ຫວັງດີຈໍານວນໜຶ່ງເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ເປັນຕົ້ນແມ່ນ
ການລ່ວງລ້ຳເຂດແດນ, ລັກລອບຕັດໄມ້, ທຳລາຍປ່າ, ຫາປາລ່າສັດທີ່ເກືອດຫ້າມ, ປຸກສ້າງເຮືອນ ແລະທຳການຜະລິດຢູ່ບາງບໍລິເວນເຂດແດນທີ່ບໍ່ທັນ ຈະແຈ້ງ ນອກນີ້ຍັງມີການພົວພັນສັງຄົມທີ່ບໍ່ຖືກຕາມຮີດຄອງປະເພນີທັງສອງຊາດ ຕໍ່ກັບບັນຫາດັ່ງກ່າວທັງສອງຝ່າຍໄດ້ເຫັນດີເປັນເອກະພາບລົງນາມ
ຮ່ວມກັນ ໂດຍໄດ້ວາງມາດຕາການວິທີການໃນການແກ້ໄຂທີ່ສອດຄ່ອງຖືກຕ້ອງຕາມກົດໜາຍບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012