ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນວິທະຍາໄລປ້ອງກັນຊາດ ສປ ຈີນ ຢ້ຽມຢາມ ວປກ

     ໃນວັນທີ 29 ກໍລະກົດ 2016 ນີ້, ສະຫາຍ ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວປກ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມ
ພ້ອມທັງມອບເຄື່ອງຊ່ວຍເຫລືອຂອງຄະນະຜູ້ແທນວິທະຍາຄານປ້ອງກັນຊາດ ສປ ຈີນ ເຊິ່ງນຳໂດຍສະຫາຍພົນຕີ ຫລີ ເສິນສຽງ.

                                 
                                                 ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ນຳພາຄະນະຜູ້ແທນວິທະຍາໄລປ້ອງກັນຊາດ ສປ ຈີນ ປູກຕົ້ນໄມ້ຮ່ວມກັນ

      

     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນດັ່ງກ່າວທີ່ມາຢ້ຽມຢາມໃນ
ຄັ້ງນີ້, ທັງໄດ້ສະເໜີສະພາບຈຸດພິເສດໂດຍຫຍໍ້ຂອງວິທະຍາຄານ ໃຫ້ຮັບຊາບ. ພ້ອມກັນນີ້ທັງສອງຝ່າຍຍັງໄດ້ແລກປ່ຽນຖອດຖອນບົດຮຽນດ້ານຕ່າງໆ
ນຳກັນອີກດ້ວຍ.

     ໂອກາດນີ້ຍັງໄດ້ຈັດພິທີເຊັນສັນຍາມອບ-ຮັບເຄື່ອງຊ່ວຍເຫຼືອເຂົ້າໃນການຮຽນ-ການສອນ, ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ມີທັງໝົດ 32 ລາຍການ
ໃນນັ້ນປະກອບມີ: ຄອມພິວເຕີຕັ້ງໂຕະ, ຈັກພິມເອກະສານ, ເຄື່ອງສາຍ ໂປຼເຈັກເຕີ, ໂຕະຄອມພິວເຕີ, ເຄື່ອງສຽງ ແລະເຄື່ອງໃຊ້ພາຍໃນຫ້ອງການອື່ນໆອີກ
ຈຳນວນໜຶ່ງ. ຄະນະທັງສອງຝ່າຍຍັງໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບເພື່ອໄວ້ເປັນທີ່ລະນຶກແຫ່ງສາຍພົວພັນລະຫວ່າງສອງວິທະຍາຄານ.    

     ສະຫາຍ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ໄດ້ສະແດງຄວາມຂອບໃຈ ແລະຕີລາຄາສູງຕໍ່ຄະນະໄດ້ໃຫ້ ການຊ່ວຍເຫລືອເຂົ້າໃນການຮຽນ-ການສອນ
ຂອງ ວປກ ໃນຄັ້ງນີ້ ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ ວັດຖຸອຸປະກອນດັ່ງກ່າວເຂົ້າໃນວຽກງານວິຊາການ-ວິຊາສະເພາະໃຫ້ມີໝາກມີຜົນ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012