ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານວາງສະແດງຜະລິດຕະພັນຂອງເຫລົ່າພະລາທິການກອງທັບ

     ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງເຫລົ່າຮົບພະລາທິການຄົບຮອບ 60 ປີ, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດງານວາງສະແດງຜະ
ລິດ ຕະພັນຂອງກົມໃຫຍ່ພະລາທິການກອງທັບຂຶ້ນໃນວັນທີ 2 ສິງຫານີ້, ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຄະນະພັກ
ກະຊວງ ຮອງຫົວຫນ້າກົມໃຫຍ່ພະລາທິການກອງທັບ ເຊິ່ງມີຫົວຫນ້າກົມຮອງກົມ, ຫ້ອງການຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງເຂົ້າຮ່ວມ.

                                 
                               ພົນຈັດຕະວາວົງຄຳພົມມະກອນ ຮອງຫົວຫນ້າກົມໃຫຍ່ພະລາທິການກອງທັບ ເຂົ້າຊົມງານວາງສະແດງຜະລິດຕະພັນຂອງເຫລົ່າຮົບພະລາທິການກອງທັບ

     ໃນໂອກາດນີ້ ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ໄດ້ກ່າວວ່າ: ເພື່ອສະແດງໃຫ້ເຫັນເຖິງຜົນງານ ແລະການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລ
ຍະຂອງວຽກງານໃນເຫລົ່າຮົບພະລາທິການ, ເພື່ອຍົກສູງຄວາມຮັບຜິດຊອບ, ເປັນການເຊີດຊູມານະຈິດປະຕິວັດຂອງພະນັກງານ ເຮັດໃຫ້ມູນເຊື້ອອັນດີງາມ
ຂອງເຫລົ່າຮົບພະລາທິການໄດ້ຮັບການປົກປັກຮັກສາ ແລະເສີມຂະຫຍາຍຢ່າງກວ້າງຂວາງ, ການວາງສະແດງໃນມື້ນີ້ກໍເປັນອີກຂະບວນການຫນຶ່ງເພື່ອເປັນ
ການສ້າງບັນຍາກາດ ແລະເປັນຜົນງານປະດັບເອ້ໃຫ້ແກ່ການສະເຫລີມສະຫລອງວັນສ້າງຕັ້ງເຫລົ່າຮົບພະລາທິການຄົບຮອບ 60 ປີ ໃຫ້ມີຄວາມຫມາຍຢ່າງ
ເລິກເຊິງ, ມີຄວາມເບີກບານມ່ວນຊື່ນ ແລະຟົດຟື້ນ, ງານວາງສະແດງໃນຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 4 ວັນ ເຊິ່ງເລີ່ມແຕ່ວັນທີ 2-5 ສິງຫາ 2016ເຊິ່ງ
ມີຜະລິດຕະພັນຈາກບັນດາກົມກອງເຂົ້າຮ່ວມທັງຫມົດ 22 ກົມກອງ ປະກອບດ້ວຍຜະລິດຕະພັນອັນຫລາກຫລາຍຕາມສາຍວິຊາສະເພາະໃນຂົງເຂດວຽກ
ງານພະລາທິການ ເປັນຕົ້ນແມ່ນການວາງສະແດງເຄື່ອງອຸປະໂພກ-ບໍລິໂພກ ອັນຕົ້ນຕໍທີ່ຮັບໃຊ້ແກ່ກອງທັບ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012