ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະມາຄົມຈີນນະຄອນຫຼວງວຽງຈັນມອບເຄື່ອງໃຫ້ກະຊວງປ້ອງກັນປະເທດ

     ຄະນະສະມາຄົມຈີນນະຄອນຫລວງວຽງຈັນ ເຊິ່ງນຳໂດຍ ທ່ານ ນາງ ແສງເດືອນ ອ່າງຄຳນາກສະຫວັນ ປະທານສະມາຄົມຈີນນະຄອນຫລວງວຽງຈັນ ໄດ້ນຳເອົາເຄື່ອງອຸປະໂພກລວມມີຜ້າຫົ່ມ ແລະເສື້ອກັນໜາວ ລວມມູນຄ່າທັງໝົດ 37 ລ້ານກວ່າກີບ ມາມອບໃຫ້ກະຊວງປ້ອງກັນປະເທດ ໃນວັນທີ 3 ສິງ ຫາ ນີ້, ໂດຍການກ່າວຮັບຂອງ ພັນເອກ ຄຳມ່ວນ ເລືອງວັນຫລ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງ ກັນປະເທດ.

                                 
                                                                               ພັນເອກ ຄຳມ່ວນ ເລືອງວັນຫລ້າ ຮັບເຄື່ອງຊ່ວຍເຫຼືອຈາກສະມາຄົມຈີນນະຄອນຫຼວງວຽງຈັນ

     ໂອກາດນີ້ ພັນເອກ ຄຳມ່ວນ ເລືອງວັນຫລ້າ ກໍໄດ້ສະແດງຄວາມຂອບອົກຂອບໃຈ ແລະຮູ້ບຸນຄຸນສູງຕໍ່ສະມາຄົມຈີນນະຄອນຫລວງວຽງຈັນ ທີ່ເຫັນ ໄດ້ຄວາມໝາຍຄວາມສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນມີຄວາມເປັນຫ່ວງເປັນໄຍຕໍ່ນາຍ ແລະພົນທະຫານທີ່ກຳ ລັງປະຕິບັດໜ້າທີ່ປ້ອງກັນຊາດຢູ່ເຂດຫ່າງໄກສອກຫລີກ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງຈຳນວນນີ້ໄປແຈກຢາຍໃຫ້ອ້າຍນ້ອງນາຍ ແລະພົນ ທະຫານ ທັງກຳລັງຫລວງ-ກຳລັງທ້ອງຖິ່ນໃຫ້ທົ່ວເຖິງ ແລະຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍ ເຫລືອຈາກສະມາຄົມອີກຕໍ່ໜ້າ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012