ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນ 307 ຈັດຕັ້ງມອບໃບປະກາສະນີຍະບັດໃຫ້ນັກຮຽນກົດລັບຊັ້ນຕົ້ນຊຸດທີ 19

     ພິທີມອບໃບປະກາສະນີຍະບັດໃຫ້ນັກຮຽນກົດລັບຊັ້ນຕົ້ນຊຸດທີ 19 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ເດືອນ ກໍລະກົດ ປີ 2016 ໂດຍການເປັນ ປະທານຂອງ ພັນເອກ ພອນໃຈ ພັນທະວົງ ຄະນະພັກອົງການກົມໃຫຍ່ເສນາທິການ ຫົວໜ້າກົມກົດລັບກົມໃຫ່ຍເສນາທິການກອງທັບ, ມີຜູ້ຕາງໜ້າທີ່ມາ
ຈາກບັນດາກົມກອງອ້ອມຂ້າງພະນັກງານຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

                                 
                                                                                        ນັກຮຽນກົດລັບຊັ້ນຕົ້ນຊຸດທີ 19, 40 ສະຫາຍ ໄດ້ຮັບໃບປະກາສະນີຍະບັດ

     ສົກຮຽນ 2015-2016 ເຊິ່ງມີນັກຮຽນຈຳນວນ 40 ສະຫາຍ, ກຳນົດໄລຍະເວລາອົບຮົມທັງໝົດ 12 ເດືອນ, ເນື້ອໃນຫຼັກສູດອົບຮົມມີ 2 ໝວດ ຄວາມຮູ້ຄື : ໝວດຄວາມຮູ້ພື້ນຖານ ແລະໝວດຄວາມຮູ້ວິຊາສະເພາະປະກອບມີ 11 ພາກວິຊາຮຽນ ແລະເສັງຈົບຊັ້ນ 4 ພາກວິຊາຄື: ພາກວິຊາທິດສະ
ດີການເມືອງທົ່ວໄປ, ພາກວິຊາການທະຫານ, ພາກການເມືອງວິຊາສະເພາະ ແລະວິຊາເຕັກນິກກົດລັບພື້ນຖານ. ຜ່ານການສອບເສັງສາມາດບັນລຸໄດ້100% ໃນນີ້ເກັ່ງ 4 ສະຫາຍ ເທົ່າກັບ 10%, ກາງ 35 ສະຫາຍ ເທົ່າກັບ 87.5% ແລະ ຄາດໝາຍ 1 ສະຫາຍ ເທົ່າກັບ 2,5%.

     ຈາກນັ້ນກໍໄດ້ຈັດຕັ້ງມອບໃບປະກາສະນີຍະບັດໃຫ້ນັກຮຽນທີ່ຮຽນຈົບຈຳນວນ 40 ສະຫາຍ ພ້ອມທັງປະ ກາດເລື່ອນຊັ້ນສິບເອກຂຶ້ນເປັນຊັ້ນວາທີ ຈຳ ນວນ 17 ສະຫາຍ, ສິບໂທຂຶ້ນເປັນສິບເອກຈຳນວນ 13 ສະຫາຍ ແລະມອບຂອງຂວັນໃຫ້ນັກຮຽນດີເດັ່ນປະເພດ 1 ຈຳນວນ 1 ສະຫາຍ, ດີເດັ່ນປະເພດ 2 ຈຳນວນ 4 ສະຫາຍ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012