ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ວິໄລ ຫລ້າຄຳຟອງ ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່

     ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດຂໍ້ຕົກລົງກະຊວງປ້ອງກັນປະເທດວ່າດ້ວຍການເລື່ອນຊັ້ນນາຍທະຫານຈາກພັນຕີຂຶ້ນເປັນພັນໂທຢູ່ບັນ
ດາອົງການ, ກົມກອງກຳລັງຫລວງ-ກຳລັງທ້ອງຖິ່ນທົ່ວກອງທັບ ໃນວັນທີ 3 ສິງຫາ ນີ້, ໂດຍການເປັນປະທານ ແລະໃຫ້ກຽດໂອ້ລົມຂອງ ທ່ານ ພົນຕີ ວິໄລ ຫລ້າຄຳຟອງ ເລຂາທິ ການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເຊິ່ງມີຄະນະພັກ-ຄະນະບັນຊາ,
ຕາງໜ້າການນຳບັນດາກົມໃຫຍ່ຫ້ອງວ່າການກະຊວງ ແລະ ວິທະຍາຄານເຂົ້າຮ່ວມ.

                                 
                              ພົນຕີວິໄລຫລ້າຄຳຟອງ ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງປັບປຸງທັດສະນະຫຼັກໝັ້ນສິນທຳປະຕິວັດ ແລະ ມີວິໃສທັດເບິ່ງກວ້າງມອງໄກ

     ໃນໂອກາດດັ່ງກ່າວ ທ່ານ ພົນຕີ ວິໄລ ຫລ້າຄຳຟອງ ໄດ້ເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງພ້ອມກັນປັບປຸງ ທັດສະນະຫລັກໝັ້ນຄຸນສົມບັດສິນທຳປະຕິວັດຂອງຕົນໃຫ້ໜັກແໜ້ນເປັນເຈົ້າການເອົາໃຈໃສ່ສ້າງວິໄສທັດພັດທະນາຕົນເອງໃຫ້ກາຍເປັນແບບຢ່າງນຳໜ້າ
ທີ່ດີໃນທຸກດ້ານ ເພື່ອໃຫ້ສົມຄູ່ກັບໜ້າທີ່ ແລະຄວາມເຊື່ອໝັ້ນໄວ້ວາງໃຈຂອງພັກ-ລັດ ຂັ້ນເທິງທີ່ມີຕໍ່ຕົນ.

     ສະນັ້ນນາຍທະຫານແຕ່ລະສະຫາຍ ຕ້ອງເປັນເຈົ້າການເສີມຂະຫຍາຍມູນເຊື້ອການນຳພາຂອງພັກຕໍ່ກຳລັງປະກອບອາວຸດໃຫ້ເລິກເຊິງເຖິງຖອງ, ສ້າງໃຫ້
ໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາໃນໝູ່ຄະນະ ມີແບບແຜນວິທີເຮັດວຽກ, ວິທີນຳພາວິທະຍາສາດປະດິດສ້າງ, ສະດຸ້ງໄວຕໍ່ສະພາບການ.

     ການເລື່ອນຊັ້ນນາຍທະຫານຈາກພັນຕີຂຶ້ນເປັນພັນໂທໃນຄັ້ງນີ້ ມີຈຳນວນ 156 ສະຫາຍ, ໃນກຳລັງຫລວງ-ກຳລັງທ້ອງຖິ່ນທົ່ວກອງທັບ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012