ໂຮງງານຕັດຫຍິບເລກ I ກອງທັບ ປາຖະກະຖາມູນເຊື້ອເຫຼົ່າຮົບພະລາທິການ
ໂຮງງານຕັດຫຍິບເລກ 1 ກອງທັບ ໄດ້ຈັດພິທີປາຖະກະຖາມູນເຊື້ອເຫຼົ່າຮົບພະລາທິການກອງທັບປະ ຊາຊົນລາວຄົບຮອບ 60 ປີ (5/8/1959
5/8/2016) ຂຶ້ນໃນວັນທີ 28 ກໍລະກົດ ນີ້, ໂດຍການໃຫ້ກຽດປາ ຖະກະຖາຂອງທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຄະນະປະຈຳພັກກົມໃຫຍ່
ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.
ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ, ພາລະບົດບາດໜ້າທີ່ ແລະການກຳເນີດເຕີບໃຫຍ່ຂະຫຍາຍ ຕົວຂອງເຫຼົ່າຮົບພະລາທິການກອງທັບ, ໃນທ່າມກາງແປວໄຟສົງ ຄາມການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ເຫຼົ່າຮົບພະລາທິການໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກເສຍສະຫຼະນາໆປະການ ສາມາດເຮັດລ້ອນພາລະກຳປະຫວັດສາດຂອງຕົນ ໃນການປະກອບສ່ວນເຂົ້າໃນຂະບວນການປະຕິວັດຂອງຊາດ, ຮັບປະກັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນເຮົາຕີເອົາຊະນະຈັກກະພັດ, ປົດປ່ອຍ ປະເທດໄດ້ຢ່າງສົມບູນ ລົບລ້າງລະບອບສັກດີນາ, ສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດໄລຍະເວລາ 60 ປີທີ່ຜ່ານມາ ເຫຼົ່າຮົບພະລາທິການກອງທັບໄດ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນຕາມລຳດັບ ແລະເຮັດສຳເລັດໜ້າທີ່ຂອງຕົນຢ່າງສະຫງ່າງາມ ໄດ້ຮັບການຍ້ອງຍໍສັນ ລະເສີນຢ່າງສົມກຽດ ແລະໄດ້ຮັບການເຊື້ອໝັ້ນຈາກພັກ-ລັດ, ຈາກປະຊາຊົນລາວບັນດາເຜົ່າ.