ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດບັ້ນດຳເນີນຊີວິດການເມືອງຕີລາຄາແບ່ງປະເພດຂອງສະມາຊິກພັກປະຈຳປີ 2016

     ກອງປະຊຸມດຳເນີນຊີວິດການເມືອງຕີລາຄາແບ່ງປະເພດຂອງສະມາຊິກພັກ ປະຈຳປີ 2016 ຂອງໜ່ວຍພັກຫອ້ງການກອງບັນຊາການທະຫານແຂວງ ອຸດົມໄຊ ຈັດຂື້ນໃນລະຫວ່າງວັນທີ 25-26 ກໍລະກົດ 2016 ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ຫົວໜ້າ
ການທະຫານກອງບັນ ຊາການທະຫານແຂວງອຸດົມໄຊ, ມີພະນັກງານສະມາຊິກພັກສົມບູນ, ສຳຮອງເຂົ້າຮ່ວມ 44 ສະຫາຍ.

                                 
                                                                           ຫົວໜ້າການທະຫານແຂວງອຸດົມໄຊ ເປັນປະທານກອງປະຊຸມດຳເນີນຊີວິດການເມືອງປະຈຳປີ 2016

     ໃນການດຳເນີນຊີວິດການເມືອງຕີລາຄາແບ່ງປະເພດຂອງສະມາຊິກພັກຄັ້ງນີ້ ແຕ່ລະສະຫາຍແມ່ນໄດ້ຜ່ານບົດສຳຫຼວດການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງຕົນເອງໃນໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ, ດ້ານອອ່ນທີ່ຍັງຄົງຄ້າງ ແລະວິທີປັບປຸງແກ້ໄຂໃນຕໍ່ ໜ້າ. ຜ່ານການຕີລາຄາແບ່ງປະເພດຂອງສະມາຊິກພັກພາຍໃນໜ່ວຍສາມາດຄັດເລືອກໄດ້ສະມາຊິກພັກແຂງຈຳນວນ 42 ສະ ຫາຍ, ສະມາຊິກ ກາງ 2 ສະຫາຍ ແລະຄັດເລືອກໜ່ວຍພັກຫອ້ງການເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ.

      ຕອນທ້າຍກອງປະຊຸມ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ຄະນະປະຈໍາພັກແຂວງ ເລຂາພັກ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງກໍໄດ້ກ່າວສະແດງຄວາມຍອ້ງຍໍຊົມເຊີຍຕໍ່ບັນດາສະຫາຍສະມາຊິກພັກທີ່ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນການປະກອບຄຳຄິດເຫັນຕໍານິກໍ່ ສ້າງ ຊວ່ຍເຫຼືອເຊິ່ງ ກັນ ແລະກັນດ້ວຍຄວາມຈິງໃຈ ແລະໄດ້ຮຽກຮອ້ງໃຫ້ສະມາຊິກພັກແຕ່ລະສະຫາຍສືບຕໍ່ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012