ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີປະດັບຊັ້ນໃຫ້ນັກສຶກສາເຫຼົ່າຮົບລົດຕັງ-ຍານເກາະ ທີ່ຮຽນຈົບຈາກສະຫະພັນລັດເຊຍ

     ກົມລົດຕັງ-ຍານເກາະກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະດັບຊັ້ນນາຍທະຫານໃຫ້ນັກສຶກສາເຫຼົ່າຮົບລົດຕັງ-ຍານເກາະທີ່ຮຽນຈົບວິຊາການ ບັນຊາ-ເຕັກນິກປະລິນຍາຕີ ຊຸດທີ 3 ຈາກສະຫະພັນລັດເຊຍ ໃນຕອນເຊົ້າວັນທີ 29 ກໍລະກົດ 2016 ນີ້ ຢູ່ທີ່ສະໂມສອນກອງ “ຄ 615” ໂດຍການເປັນ ປະທານ ແລະໃຫ້ກຽດປະດັບຊັ້ນໂດຍ ພັນເອກ ບົວວັນ ບຸດທະຈັນໂທ ຄະນະພັກອົງການກົມໃຫຍ່, ຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການ
ກອງທັບ.

                                 
                                                                                  ພັນເອກບົວວັນບຸດທະຈັນໂທ   ເປັນກຽດປະດັບຊັ້ນໃຫ້ນັກສຶກສາທີ່ຮຽນຈົບຈາກລັດເຊຍ

     ພັນໂທ ບຸນຍົດ ພົງສະຫວັດ ຫົວໜ້າພະແນກພະນັກງານຫ້ອງການເມືອງກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ
ກອງທັບວ່າດ້ວຍການປະດັບຊັ້ນຂັ້ນຮ້ອຍໂທໃຫ້ນັກສຶກສາທີ່ຮຽນຈົບຈາກສະຫະພັນລັດເຊຍປີ 2016 ຂອງເຫຼົ່າຮົບລົດຕັງ-ຍານເກາະວິຊາການບັນຊາ
ເຕັກນິກປະລິນຍາຕີ ຊຸດທີ 3 ຈໍານວນ 25 ສະຫາຍ, ໃນນີ້ມີຈົບຂັ້ນປະລິນຍາຕີເຕັກນິກລົດຕັງ-ຍານເກາະລະບົບ 6 ປີ 20 ສະ ຫາຍ ແລະຂັ້ນປະລິນ ຍາຕີບັນຊາລົດຕັງລະບົບ 5 ປີ 5 ສະຫາຍ. ພ້ອມທັງໄດ້ປະກາດຊັບຊ້ອນນໍາສົ່ງນັກສຶກສາຈໍານວນດັ່ງກ່າວໃຫ້ບັນດາກົມກອງທີ່ຂຶ້ນກັບກົມລົດຕັງ-ຍານ
ເກາະ ເພື່ອປະກອບສ່ວນເຮັດໜ້າທີ່ວຽກງານຕາມຄວາມຮູ້ຄວາມສາມາດຂອງຕົນ.

     ໃນພິທີ ສະຫາຍ ຫົວໜ້າກົມລົດຕັງ-ຍານເກາະກົມໃຫຍ່ເສນາທິການກອງທັບ ໄດ້ໂອ້ລົມຊີ້ທິດເຍືອງທາງຕໍ່ພະນັກງານ-ນັກສຶກສາເຫຼົ່າຮົບລົດຕັງ-ຍານ
ເກາະ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການສຶກສາຄົ້ນຄວ້າຮໍ່າຮຽນຢູ່ ສ ລັດເຊຍ ທີ່ຜ່ານມາ ຂອງບັນດານັກສຶກສາ ພ້ອມທັງຮຽກ ຮ້ອງໃຫ້ນາຍທະຫານທີ່ໄດ້ປະດັບຊັ້ນໃໝ່ຊຸດນີ້ ຈົ່ງພ້ອມກັນຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ຜັນຂະຫຍາຍຄວາມຮູ້ຄວາມສາມາດ, ຂອງຕົນ
ເອງເຂົ້າໃນໜ້າທີ່ວຽກງານ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012