ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍ 103 ກອງທັບ ຈັດພິທີມອບຫຼຽນມິດຕະພາບໃຫ້ຊ່ຽວຊານຫວຽດນາມ

     ໃນຕອນເຊົ້າວັນທີ 25 ກໍລະກົດ 2016 ນີ້, ໂຮງໝໍ 103 ກອງທັບ ໄດ້ຈັດພິທີມອບຫຼຽນມິດຕະ ພາບໃຫ້ຊ່ຽວຊານແພດຈາກໂຮງໝໍສູນກາງກອງ
ທັບ 108 ຫວຽດນາມ ຈຳນວນ 2 ສະຫາຍ ພາຍຫຼັງສຳເລັດການມາປະຕິບັດໜ້າທີ່ຢູ່ໂຮງໝໍ 103 ກອງທັບປະຊາຊົນລາວເປັນເວລາ 3 ເດືອນ (ແຕ່ວັນ
ທີ 26/4/ 2016-26/7/2016) ຕາມແຜນການຮ່ວມມືລະຫວ່າງສອງຝ່າຍ.

                                 
                                                                     ຊ່ຽວຊານແພດທະຫານຫວຽດນາມ 2 ສະຫາຍ ໄດ້ຮັບຫຼຽນມິດຕະພາບຈາກໂຮງໝໍ 103 ກອງທັບ

     ພິທີດັ່ງກ່າວຈັດຂຶ້ນຢ່າງສົມກຽດໂດຍມີ ພັນໂທ ດຣ. ຄຳຮຸ່ງ ຊາຍສີດາ ຄະນະພັກ, ຄະນະອຳນວຍການຫົວໜ້າຫ້ອງການບໍລິຫານການແພດໂຮງ
ໝໍ 103 ກອງທັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກພະແນກການ ຕ່າງໆເຂົ້າຮ່ວມ.

     ຊ່ຽວຊານແພດທະຫານຫວຽດນາມ 2 ສະຫາຍດັ່ງກ່າວມີສະຫາຍ ພັນເອກ ຟາມຫງອກຈິງ ຫົວໜ້າພະແນກຜ່າຕັດລະບົບປະສາດໂຮງໝໍສູນກາງ
ກອງທັບ 108 ຫວຽດນາມ ແລະພັນເອກ ຫງວຽນດຶກວິງ ຮອງຫົວໜ້າພະແນກກາຍະວິພາກພະຍາດໂຮງໝໍສູນກາງກອງທັບ 108 ຫວຽດນາມ.

     ໃນພິທີມອບຫຼຽນມິດຕະພາບຄັ້ງນີ້ ພັນໂທ ດຣ. ຄຳຮຸ່ງ ຊາຍສີດາ ໄດ້ສະແດງຄວາມຂອບອົກ ຂອບໃຈ ແລະຮູ້ບຸນຄຸນເປັນຢ່າງຍິ່ງ ທີ່ສອງສະຫາຍ
ຊ່ຽວຊານແພດທະຫານຫວຽດນາມທີ່ມາປະຕິບັດໜ້າທີ່ວຽກງານຢູ່ໂຮງໝໍ 103 ກອງທັບໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຖ່າຍທອດບົດຮຽນອັນ
ລ້ຳຄ່າໃນການປິ່ນປົວຂອງໂຮງໝໍ 103 ກອງທັບ ໃຫ້ນັບມື້ດີຂຶ້ນ ເພື່ອເປັນການພັດທະນາໂຮງໝໍ 103 ກອງທັບ ກ້າວຂຶ້ນຢູ່ແຖວໜ້າຂອງວົງການແພດ
ແລະການປິ່ນປົວ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012