ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ສຳເລັດການຢ້ຽມຢາມມິດຕະພາບ ສປ ຈີນ


     ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການຢ້ຽມຢາມມິດຕະພາບ ສປ ຈີນ ຢ່າງເປັນທາງການ ພາຍຫຼັງການ
ຢ້ຽມຢາມລະຫວ່າງວັນທີ່ 17-21 ກໍລະກົດ 2016 ນີ້, ຕາມຄຳເຊີນຂອງສະຫາຍ ພົນເອກ ສາງ ຫວານສວນ ທີ່ປຶກສາແຫ່ງລັດຖະມົນຕີກະຊວງປ້ອງກັນ
ປະເທດ ສປ ຈີນ.

                                 
                                                                                           

     ການຢ້ຽມຢາມໃນຄັ້ງນີ້ ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວກໍໄດ້ເຂົ້າພົບປະກັບສະຫາຍ ພົນເອກ ຊຸຍ ສີຫລຽງ ຮອງປະທານຄະ
ນະກຳມະການການທະຫານສູນກາງແຫ່ງ ສປ ຈີນ, ໂອກາດນີ້ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ແຈ້ງຈຸດປະສົງການເດີນທາງມາຢ້ຽມຢາມມິດຕະພາບຢູ່ ສປ ຈີນ ໃນຄັ້ງນີ້, ສະຫາຍ ພົນເອກ ຊຸຍ ສີຫລຽງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ
ຢ່າງອົບອຸ່ນ ແລະຕີລາຄາສູງຕໍ່ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ທີ່ໄດ້ເດີນທາງມາຢ້ຽມຢາມມິດຕະພາບຢູ່ ສປ ຈີນ, ເຊິ່ງມັນແມ່ນ ການສືບຕໍ່ຮັດແໜ້ນສາຍພົວພັນຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

      ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ໂດຍສະຫາຍ ສາງຫວານສວນ ທີ່ປຶກສາແຫ່ງລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງ ສປ ຈີນ, ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການແລ້ວ ຄະນະຜູ້ແທນການທະຫານຂັ້ນສູງທັງສອງຝ່າຍໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດໃຫ້ກັນຊາບ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບການຮ່ວມມືຮອບດ້ານລະຫວ່າງ
ສອງຊາດ, ສອງພັກ ແລະສອງກອງທັບ ລາວ-ຈີນ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນ
ສອງຊາດໃຫ້ນັບມື້ຫຼາຍຂຶ້ນ ແລະພ້ອມທັງປຶກສາຫາລືໃນການສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນໃນຜ່ານມາ ແລະຕໍ່ໜ້າໂດຍອີງໃສ່ອານຸສັນຍາລະ
ຫວ່າງສອງກະ ຊວງປ້ອງກັນປະເທດໄດ້ບັນລຸໝາກຜົນຫຼາຍດ້ານ ເຊິ່ງຜົນສຳເລັດດັ່ງກ່າວໄດ້ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການສືບຕໍ່ຮ່ວມມື
ຊ່ວຍເຫຼືອເຊິ່ງກັນ ແລະກັນໃນຕໍ່ໜ້າ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012