ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການກົມໃຫຍ່ເຕັກນິກສະຫລຸບຕີລາຄາການກໍ່ສ້າງ

ກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ໃນວັນທີ 19 ກໍລະກົດ 2016 ໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກໄດ້ເປີດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍ
ພັກຮູ້ນໍາພາຮອບດ້ານສົກປີ 2015-2016 ແລະວາງທິດທາງແຜນ ການປະຈໍາສົກປີ 2016-2017 ຂຶ້ນ. ໂດຍການເປັນປະທານຂອງສະຫາຍ ພົນຈັດຕະ
ວາ ຄໍາພາ ສີພອນໄຊ ຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ສະມາຊິກພັກສົມບູນ ແລະສໍາຮອງ
ເຂົ້າຮ່ວມ.

                                 
                                                                                           ພົນຈັດຕະວາຄໍາພາສີພອນໄຊ ເຂົ້າຮ່ວມເປັນປະທານພິທີສະຫຼຸບຕີລາຄາ
                                                     ການສ້າງກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ ຂອງໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກກອງທັບ

     ພັນໂທ ຄໍາສິງ ລືເດດສົມບັດ ຮອງເລຂາໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກ ໄດ້ຂື້ນຜ່ານບົດສະຫຼຸບໃນຊຸມປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນ
ງານຫຼາຍດ້ານທີ່ພົ້ນເດັ່ນ: ໂດຍສະເພາະແມ່ນຄະນະໜ່ວຍພັກໄດ້ຖືເອົາ ວຽກງານການເມືອງນໍາພາແນວຄິດຕິດພັນກັບວຽກງານວິຊາສະເພາະ, ເອົາໃຈໃສ່
ສຶກສາອົບຮົມໃຫ້ສະມາຊິກພັກ- ພະນັກງານເປັນກົກ, ຍົກສູງທາງດ້ານຄວາມຮູ້, ຄວາມສາມາດໃຫ້ມີບາດກ້າວໃໝ່ ແລະຂະຫຍາຍຕົວໃຫ້ມີຄຸນນະພາບ
ທີ່ດີຂຶ້ນ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ ຄະນະພັກກະຊວງ, ຄະນະປະຈໍາພັກອົງການກົມໃຫຍ່ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ກໍ່ໄດ້
ໂອ້ລົມໃນທີ່ປະຊຸມໂດຍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ແລະສະມາຊິກພັກທຸກຄົນຈົ່ງເອົາໃຈໃສ່ຍົກສູງຄວາມຮັບພິດຊອບໃນໜ້າທີ່ວຽກ
ງານ, ເອົາໃຈໃສ່ສຶກສາອົບ ຮົມການເມືອງນໍາພາແນວຄິດເປັນກົກ, ມີແບບແຜນນໍາພາ, ເຮັດວຽກເປັນໝູ່ຄະນະແບບລວມສູນປະຊາທິປະໄຕ, ມີຄວາມສາ
ມັກຄີເປັນປຶກແຜ່ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກຂົງເຂດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012