ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບຕ້ອນຮັບຄະນະຜູ້ແທນ
ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດກອງທັບປະຊາຊົນຫວຽດນາມ

     ວັນທີ 23 ກໍລະກົດນີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ຄຳລຽງ ອຸທະໄກສອນ ຮອງຫົວ
ໜ້າກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນກອງບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ
ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນຈັດຕະວາ ເລວັນງັອກ ຮອງຫົວໜ້າເສນາທິການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດກອງທັບປະ
ຊາຊົນຫວຽດນາມ ເນື່ອງໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

                                 
                                                    ທ່ານ ພົນຈັດຕະວາຄຳລຽງອຸທະໄກສອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນທະຫານອາກາດຫວຽດນາມ

     ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ຄຳລຽງ ອຸທະໄກສອນ ໄດ້ຕາງໜ້າຄະນະນຳກົມໃຫຍ່ເສນາທິການກອງທັບ ສະແດງຄວາມຍິນດີຕ້ອນຮັບຢ່າງ
ອົບອຸ່ນ ແລະຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ປະເທດເຮົາຂອງສະຫາຍ ພົນຈັດຕະວາ ເລວັນງັອກ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງ ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ 2 ກອງທັບ ກໍ ຄື
ລະຫວ່າງ ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດກອງທັບປະຊາຊົນຫວຽດນາມ ແລະກົມທະຫານອາກາດຂອງກອງທັບປະຊາຊົນລາວໃຫ້ແໜ້ນແຟ້ນ.

     ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ເລວັນງັອກ ກໍໄດ້ກ່າວທົບທວນຄືນເຖິງໝາກຜົນຂອງການພົວພັນຮ່ວມມືກັນລະຫວ່າງສອງກະຊວງປ້ອງກັນປະ
ເທດ ຫວຽດນາມ-ລາວ, ລວມທັງໝາກຜົນຂອງການພົບປະແລກ ປ່ຽນບົດຮຽນລະຫວ່າງສອງກຳລັງປ້ອງກັນອາກາດຂອງກອງທັບ ຫວຽດນາມ-ລາວ ໃນ
ຜ່ານມາ, ພ້ອມທັງໃຫ້ການຢືນຢັນວ່າຈະພະຍາຍາມຊຸກຍູ້ສຸດຄວາມສາມາດພ້ອມກັບຝ່າຍລາວໃນການປົກປັກຮັກສາ ແລະເສີມຂະຫຍາຍສາຍພົວພັນສາ
ມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012