ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນການທະຫານ ສສ ຫວຽດນາມ
 ເຄື່ອນໄຫວ ແລະ ເຮັດວຽກຢູ່ກອງ “ ຂ 641 ” ແລະ “ ຂ 642 ”

     ໃນວັນທີ 22 ກໍລະກົດ 2016 ຄະນະຜູ້ແທນເຫຼົ່າທັບອາກາດ-ປ້ອງກັນອາກາດກອງທັບ ປະຊາຊົນຫວຽດນາມ ໄດ້ມາຢ້ຽມຢາມ ແລະເຄື່ອນໄຫວເຮັດ
ວຽກຢູ່ກອງ “ຂ 641” ເຊິ່ງນຳພາໂດຍສະຫາຍ ພົນຈັດຕະວາ ເລ ວັນ ງ໋ອກ ຮອງເສນາທິການເຫຼົ່າຮົບທະຫານອາກາດ-ປ້ອງກັນອາກາດກອງທັບປະຊາຊົນ
ຫວຽດນາມ ພ້ອມຄະນະ. ໂດຍໃຫ້ກຽດການຕ້ອນຮັບຂອງສະຫາຍ ພັນເອກ ນວນຕາ ທັນມະຈັກ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງ
“ຂ 641” ມີ ພັນໂທ ຄໍາຮັກ ໄຊຍະບຸດດີ ຮອງຫົວໜ້າກົມປ້ອງກັນອາກາດ ພ້ອມຄະນະ, ມີຫົວໜ້າພະແນກ, ຮອງພະແນກ 5 ພະແນກການທົ່ວກອງ
“ຂ 641” ແລະ“ຂ 642” ເຂົ້າຮ່ວມຢ່າງພ້ອມພຽງ.

                                 
                                                                    ການພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ລະຫວ່າງຜູ້ແທນການທະຫານ ສສ ຫວຽດນາມ
                                                                    ກັບພະນັກງານນຳພາ-ບັນຊາຢູ່ກອງ “ຂ 641” ແລະ “ຂ 642”

                       

     ໃນການມາຢ້ຽມຢາມ ແລະເຮັດວຽກຄັ້ງນີ້ຄະນະຜູ້ແທນທັງສອງຝ່າຍໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດ ແລະທີ່ຕັ້ງຂອງກົມ
ກອງພ້ອມທັງຄວາມຮັບຜິດຊອບໜ້າທີ່ວຽກງານໃຫ້ກັນ ແລະກັນຊາບ. ໃນໂອກາດດຽວກັນນີ້ ຍັງໄດ້ສົນທະນາແລກປ່ຽນຄຳຄິດ, ຄຳເຫັນ ໂດຍສະເພາະ
ແມ່ນການນຳໃຊ້ອາວຸດຍຸດໂທປະກອນຂອງເຫຼົ່າຫຼົບປ້ອງກັນອາກາດ ເວົ້າສະເພາະແມ່ນເຫຼົ່າທັບອາກາດ-ປ້ອງກັນອາກາດ ສສ ຫວຽດນາມ ແລະເຫຼົ່າຮົບ
ປ້ອງກັນອາກາດຂອງກອງທັບປະຊາຊົນລາວ. ເພື່ອເປັນການຫັດແໜ້ນຄວາມສາມັກຄີໃຫ້ແໜ້ນແຟ້ນ ພ້ອມທັງເປັນການສົ່ງເສີມການພັດທະນາໃນເວທີ
ພາກພື້ນ ແລະ ສາກົນ ໃຫ້ມີຄວາມເຂັ້ມແຂງເປັນກອງທັບມີແບບແຜນທີ່ທັນສະໄໝໃນອານາຄົດ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012