ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປຶກສາກວດກາຜ່ານຮູບປັ້ນຈຳລອງ ປະທານ ໄກສອນ ພົມວິຫານ

     

                                            
                                                                                           

     ວັນທີ 21 ກໍລະກົດ 2016, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ສົມທົບກັບໂຮງ ຮຽນກໍ່ສ້າງນາຍສິບເລກ II ວຽງໄຊ ແລະພາກສ່ວນກ່ຽວ
ຂ້ອງເຂົ້າຮ່ວມຈັດກອງປະຊຸມປຶກສາຫາລືກວດກາຜ່ານຮູບປັ້ນຈຳ ລອງ ປະທານ ໄກສອນ ພົມວິຫານ ພາຍໃຕ້ການເປັນປະທານຂອງ ພັນເອກ ວິຊຽນ ສີສະ
ອາດ ຮອງຫົວໜ້າກົມ ວິ ທະຍາສາດ-ປະຫວັດສາດ ການທະຫານ.

     ບໍລິສັດ ຜະລິດຕະພັນວັດທະນະທຳ ຈຳກັດ ເປັນຜູ້ຜະລິດປັ້ນຫຼໍ່ດ້ວຍດິນໜຽວ ໄດ້ນຳພາຄະນະກວດກາເບິ່ງຮູບປັ້ນຕົວຈິງ ເພື່ອພ້ອມກັນສັງເກດຕີລາ
ຄາປະກອບຄວາມຄິດເຫັນ ແນໃສ່ໃຫ້ຮູບປັ້ນນັ້ນຄືກັບຕົວຈິງເທົ່າທີ່ຈະເຮັດໄດ້ ໂດຍເປີດໂອກາດໃຫ້ແຕ່ລະສະຫາຍປະກອບຄຳຄິດຄຳເຫັນຕຳນິຕິຊົມ ແລະ
ດັດແປງຈຸດທີ່ຍັງບໍ່ທັນໄດ້ ການຄົ້ນຄ້ວາປະກອບຄຳຄິດຄຳເຫັນດີເປັນເອກະພາບກັນດັດແປງບາງບ່ອນຕາມຄຳເຫັນຊີ້ນຳຂອງ ທ່ານ ປອ ໄຊສົມພອນ ພົມວິ
ຫານ ກຳມະການສູນກາງພັກ ປະທານແນວລາວສ້າງຊາດ ໃນນາມຄອບຄົວທັງເປັນປະທານອຳ ນວຍການປັ້ນຮູບຈຳລອງ.


     ພາຍຫຼັງທີ່ເອກະພາບກັນແລ້ວ ໄດ້ມອບໃຫ້ບໍລິສັດ ຜະລິດຕະພັນວັດທະນະທຳ ເປັນຜູ້ປັບປຸງດັດແປງ ແລ້ວຈິ່ງພ້ອມກັນກວດກາຜ່ານອີກເທື່ອໜຶ່ງຈຶ່ງ ເອົາເຂົ້າໂຮງຫຼໍ່ຕົວຈິງ. ເມື່ອສຳເລັດ ຮູບປັ້ນມີລວງສູງ 4,20 m, ນ້ຳໜັກ 5,8 ໂຕນ, ເຮັດດ້ວຍທອງສຳເລັດຈາກນັ້ນ ແມ່ນເອົາໄປສະຖິດໄວ້ທີ່ໂຮງ ຮຽນກໍ່
ສ້າງນາຍສິບເລກ II ວຽງໄຊ ຊຶ່ງເປັນຕົ້ນກຳເນີດຂອງການກໍ່ສ້າງນາຍ ແລະ ພົນທະຫານກອງທັບປະຊາ ຊົນລາວໃນອາດີດ, ປະຈຸບັນ ແລະ ອານາຄົດ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012